ນາຍົກລັດຖະມົນຕີ ສະເໜີຄຳຂວັນກ່ຽວກັບການປັບປຸງກົງຈັກ ການຈັດຕັ້ງບໍລິຫານລັດ

0
1885

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາຂະແໜງພາຍໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງບໍລິຫານລັດ ໂດຍໃຫ້ຄົ້ນຄວ້າປະຕິບັດຕາມຄຳຂວັນທີ່ວ່າ: ” ກະທັດຮັດ ໜັກແໜ້ນ ເຂັ້ມແຂງ ມີປະສິດທິຜົນ ໂປ່ງໃສ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ”.

ທ່ານ ທອງລຸນ ສີສຸລິດ

ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນກຽດໂອ້ລົມໃນພິທີປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ປະຈໍາປີ 2018 ແລະ ທິດທາງ ແຜນການປະຈໍາປີ 2019 ໃນວັນທີ 13 ກຸມພາ 2019 ພາຍຫຼັງດຳເນີນເປັນເວລາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ.

ທ່ານ ຄໍາໝັ້ນ ສູນວິເລີດ

ທ່ານນາຍົກລັດຖະມົນຕີ ກ່າວວ່າ:

ເນື້ອແທ້ຂອງວຽກງານພາຍໃນແມ່ນວຽກງານກົງຈັກການຈັດຕັ້ງ; ເຊິ່ງໃນນັ້ນວຽກງານກົງຈັກການຈັດຕັ້ງບໍລິຫານລັດ. ບັນດາສະຫາຍທີ່ຮັບຜິດຊອບວຽກງານພາຍໃນຕ້ອງມີຄຳຂວັນ ເພື່ອເປັນການປັບປຸງກົງຈັກອຳນາດລັດແຕ່ລະຂັ້ນໃຫ້ມີຄວາມເໝາະສົມຄົບຊຸດ ເຂັ້ມແຂງ ແລະ ມີຄຸນນະພາບ ເພື່ອເຮັດໃຫ້ການຄຸ້ມຄອງລັດຄຸ້ມ ຄອງສັງຄົມມີປະສິດທິພາບ. ດັ່ງນັ້ນ, ຈຶ່ງຂໍສະເໜີຄຳຂວັນກ່ຽວກັບວຽກງານກົງຈັກການຈັດຕັ້ງບໍລິຫານລັດ ວ່າ: ” ກະທັດຮັດ ໜັກແໜ້ນ ເຂັ້ມແຂງ ມີປະສິດທິຜົນ ໂປ່ງໃສ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ”.

ພິທີປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ

ຄຽງຄູ່ກັນນີ້, ການປະຕິບັດວຽກງານປັບປຸງກົງຈັກການຈັດຕັ້ງ ຕ້ອງຄຳນຶງສະເໝີວ່າ ກົງຈັກການຈັດຕັ້ງໜຶ່ງເມື່ອໄດ້ຮັບການຈັດຕັ້ງຂຶ້ນມາແລ້ວ ຕ້ອງສາມາດຮອງຮັບເປັນເວລາຍາວນານ, ເຂັ້ມແຂງ, ມີຄຸນນະພາບ, ມີປະສິດທິຜົນສູງ ຖ້າຢາກເຮັດໄດ້ແນວນັ້ນ ບັນດາສະຫາຍຄວນຄົ້ນຄິດຢ່າງລະອຽດຖີ່ຖ້ວນວ່າຄວນບັນຈຸແນວໃດ ສຳລັບຢູ່ສູນກາງ ແລະ ທ້ອງຖິ່ນ ລະບົບກົງຈັກການຈັດຕັ້ງບໍ່ຄວນຄືກັນໝົດ, ໂດຍສະເພາະຢູ່ຂັ້ນເມືອງຈະເຮັດໃຫ້ເປັນການສິ້ນເປືອງເພາະວ່າບໍລິມາດວຽກບໍ່ເທົ່າກັນ ອາດໂຮມເອົາບາງວຽກທີ່ມີບົດບາດໜ້າວຽກໃກ້ຄຽງກັນເຂົ້າ ເປັນຫ້ອງການດຽວ.

ພາກສວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ທ່ານ ທອງລຸນ ສີສຸລິດ ກ່າວວ່າ:

ສຳລັບໂຄງປະກອບກົງຈັກຂອງລັດຖະບານ ຍັງຮັກສາໄວ້ຕາມ ຈຳນວນ 21 ກະຊວງ-ອົງການ ກໍຍັງເໝາະສົມ, ແຕ່ໃຫ້ເອົາໃຈໃສ່ປັບປຸງກົງຈັກຂັ້ນກົມ ໂດຍຄົ້ນຄວ້າສັບຊ້ອນບັນດາກົມທີ່ມີບົດບາດ-ໜ້າທີ່ໃກ້ຄຽງກັນເຂົ້າກັນ ໂດຍບໍ່ໃຫ້ສ້າງຕັ້ງກົມຂຶ້ນໃໝ່; ສຳລັບພະແນກຢູ່ແຂວງ ແລະ ຫ້ອງການຢູ່ເມືອງກໍໃຫ້ປັບປຸງຄືນຕາມພາລະບົດບາດຂອງຂັ້ນນັ້ນ, ບໍ່ໃຫ້ສ້າງຕັ້ງພະແນກ, ຂະແໜງ ແລະ ໜ່ວຍງານຂຶ້ນຕື່ມອີກ; ພ້ອມທັງມີການກໍານົດຕຳແໜ່ງງານໃຫ້ຈະແຈ້ງ, ເຊິ່ງຕ້ອງໄດ້ເຮັດການວິເຄາະງານ ຫຼື ໜ້າວຽກຢູ່ແຕ່ລະກົງຈັກຢ່າງລະອຽດ ແລະ ສັບຊ້ອນຈັດເຂົ້າເປັນກຸ່ມວຽກໃຫຍ່ໃຫ້ລັດຖະກອນຄົນໜຶ່ງສາມາດເຮັດໄດ້ຫຼາຍວຽກ ໂດຍນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອເຮັດໃຫ້ວຽກວ່ອງໄວຂຶ້ນ ແລະ ມີຄວາມໂປ່ງໃສຫຼາຍຂຶ້ນ.

ນາຍົກລັດຖະມົນຕີ