ປີ 2018 ແຂວງຈຳປາສັກ ມີຄະດີອາຍາ 439 ເລື່ອງ ຄະດີລັກຊັບພົນລະເມືອງ ກວມ 50%

0
1508

ໃນ 1 ປີຜ່ານມາ ແຂວງຈຳປາສັກ ມີຄະດີອາຍາເກີດຂຶ້ນ 439 ເລື່ອງ ຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງມີ 217 ເລື່ອງ ພິເສດ ເຈົ້າໜ້າທີ່ສາມາດມ້າງຄະດີຢາເສບຕິດໄດ້ 293 ເລື່ອງ. ຜົນງານດັ່ງກ່າວນີ້ ໄດ້ຮັບການລາຍງານໃນທີ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2018 ຂອງຫ້ອງຕຳຫຼວດ ປກສ ແຂວງຈຳປາສັກໂດຍການເປັນປະທານຂອງ ພັທ ຖາວອນ ບຸນກອງພີມ ຮອງກອງບັນຊາການ ປກສ ແຂວງ ທີ່ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ.  

ພັທ ໄພຈິດ ໄຊຍະເດດ ຮອງຫ້ອງຕຳຫຼວດ ປກສ ແຂວງ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2018 ໃຫ້ຮູ້ວ່າ:

ໃນ 1 ປີຜ່ານມາ ທົ່ວແຂວງຈຳປາສັກ ມີຄະດີອາຍາເກີດຂຶ້ນທັງໝົດ 439 ເລື່ອງ, ໃນນັ້ນ ມ້າງໄດ້ 307 ເລື່ອງ ກັກຜູ້ຖືກຫາໄດ້ 260 ຄົນ, ຫຼາຍກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ມີ 217 ເລື່ອງ, ມີຜູ້ຖືກຫາ 155 ຄົນ, ຊິງຊັບ, ປຸ້ນຊັບ 15 ເລື່ອງ, ມີຜູ້ຖືກຫາ 14 ຄົນ, ທຳຮ້າຍຮ່າງກາຍ 33 ເລື່ອງ ມີຜູ້ຖືກຫາ 46 ຄົນ, ຄະດີຄາດຕະກຳ 3 ເລື່ອງ, ສໍ້ໂກງຊັບ 13 ເລື່ອງ, ມີຜູ້ຖືກຫາ 12 ຄົນ ແລະ ຄະດີອື່ນໆ 26 ເລື່ອງ, ຄະດີທີ່ເກີດຂຶ້ນ ສາມາດເກັບກູ້ເຄື່ອງຂອງກາງຄືນມາໄດ້ ລວມມີລົດຈັກ 49 ຄັນ, ລົດໃຫຍ່ 2 ຄັນ, ເງິນກີບ 40 ລ້ານກວ່າກີບ, ເງິນບາດ 1.000 ກວ່າບາດ, ຄຳຮູບປະພັນ 14 ບາດ, ໂທລະສັບ 8 ເຄື່ອງ, ໝໍ້ໄຟລົດໃຫຍ່ 15 ໜ່ວຍ ແລະ  ເຄື່ອງອື່ນໆອີກຈຳນວນໜຶ່ງ.

ພັທ ຖາວອນ ບຸນກອງພີມ

ນອກຈາກນີ້ ມ້າງຄະດີຢາເສບຕິດໄດ້ 293 ເລື່ອງ, ກັກຜູ້ຖືກຫາໄດ້ 509 ຄົນ. ໃນນັ້ນ ມີຄົນຕ່າງປະເທດ 12 ຄົນ, ຢືດຂອງກາງຢາບ້າ 248.324 ເມັດ, ຢາໄອສ໌ 9.015 ກຼາມ, ຄັນຊາ 5 ກິໂລ, ເງິນກີບ 200 ລ້ານກວ່າກີບ, ເງິນບາດ 2 ແສນກວ່າບາດ, ເງິນໂດລາ 113 ໂດລາ, ລົດໃຫຍ່ 16 ຄັນ, ລົດຈັກ 124 ຄັນ ແລະ ອາວຸດເສີກ 17 ກະບອກ ພ້ອມລູກປືນ 32 ລູກ, ມີອຸບັດຕິເຫດເກີດຂຶ້ນ 829 ຄັ້ງ, ມີພາຫະນະເປ່ເພເລັກໜ້ອຍ 796 ຄັນ, ເພສົມຄວນ 689 ຄັນ, ໃຊ້ການບໍ່ໄດ້ 20 ຄັນ, ຄົນໄດ້ຮັບບາດເຈັບເລັກນ້ອຍ 633 ຄົນ, ເຈັບສົມຄວນ 562 ຄົນ, ເຈັບສາຫັດ 174 ຄົນ, ເສຍຊີວິດ 108 ຄົນ ແລະ ອັກຄີໄພເກີດຂຶ້ນ 36 ຄັ້ງ, ຜົນເສຍຫາຍມີເຮືອນ 30 ຫຼັງ, ຮ້ານຂາຍເຄື່ອງ 6 ຫຼັງ ແລະອື່ນໆ.