ກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ໃນວັນທີ 12 ກຸມພາ 2019

ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ໃນວັນທີ 12 ກຸມພາ 2019 ໂດຍການເປັນປະທານຂອງ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ພັອ ສີ ທະວີໄຊ ຫົວໜ້າການທະຫານ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກ ອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.

ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ໃນວັນທີ 12 ກຸມພາ 2019 ໂດຍການເປັນປະທານຂອງ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ

ພັທ ດາວບິນ ເລີດລີວັນ ຫົວໜ້າຫ້ອງການໃຫ້ຮູ້ວ່າ:

ໃນໄລຍະໜຶ່ງປີຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຊີ້ນຳກົມກອງຂອງຕົນ ເຮັດໜ້າທີ່ສ້າງເງື່ອນໄຂຊອກຫາແຫຼ່ງລາຍຮັບເຂົ້າກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ມາຮອດປັດຈຸບັນນີ້, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ມີເນື້ອທີ່ປູກເຂົ້າ 25 ເຮັກຕາ, ເນື້ອທີ່ປູກພືດ-ຜັກ 8,6 ເຮັກຕາ, ເນື່ອທີ່ປູກຕົ້ນໄມ້ກິນໝາກ 990 ຕົ້ນ, ປູກໄມ້ອຸດສາຫະກໍາ 20.364 ຕົ້ນ, ປູກພືດເປັນສິນຄ້າ 11,77 ເຮັກຕາ;

ໃນນັ້ນ, ສາມາດເກັບກູ້ຜົນຜະລິດໄດ້ທັງໝົດ 193,156 ກິໂລກຼາມ ລວມເປັນເງິນ 587.056.600 ກີບ, ລ້ຽງສັດປະເພດງົວ-ຄວາຍ 99 ໂຕ, ໝູ-ແບ້ 332 ໂຕ, ສັດປີກ 26.196 ໂຕ, ສັດນ້ຳ ແລະ ສັດເຄິ່ງບົກເຄິ່ງນ້ຳ 173.351 ໂຕ ຂາຍອອກສະເລ່ຍເປັນເງິນ 781.291.000 ກີບ.

ນອກນັ້ນ, ຍັງໄດ້ຮັບຈາກການບໍລິການອື່ນໆອີກຈຳນວນ 1.551.304.100 ກີບ ສັງລວມແລ້ວ ໃນໜຶ່ງປີຜ່ານມາ ສາມາດຊອກຫາແຫຼ່ງລາຍຮັບເຂົ້າກົມກອງ ໄດ້ທັງໝົດ 2.910.651.100 ກີບ. 

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານນະຄອນຫຼວງວຽງຈັນ

ຈາກຜົນງານດັ່ງກ່າວ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ກົມກອງຂອງຕົນໄດ້ຮັບການຍ້ອງຍໍຂັ້ນຕ່າງໆຈາກຂັ້ນເທິງ ເປັນຕົ້ນໄດ້ຮັບຫຼຽນກາລະນຶກ 70 ປີ ຈຳນວນ 808 ສະຫາຍ.