ປີຜ່ານມາ ປກສ ແຂວງໄຊສົມບູນ ແກ້ໄຂຄະດີໄດ້ 200 ກວ່າເລື່ອງ

0
963

ໃນປີຜ່ານມາ, ກອງບັນຊາການ ປກສ ແຂວງໄຊສົມບູນ ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໄດ້ທັງໝົດ 200 ກວ່າເລື່ອງ ໃນນັ້ນພົ້ນເດັ່ນກວ່າໝູ່ແມ່ນ ຄະດີອຸບັດຕິເຫດ 107 ເລື່ອງລວມມູນຄ່າເສຍ 2,7 ຕື້ກວ່າກີບ.

ເຂົ້າຮ່ວມຂອງສະຫາຍ ພັອ ພິມພາ ທິຖາວອນ

ພັອ ບົວພັນ ອິນທະປັນຍາ ຮອງເລຂາພັກຮາກຖານ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານຕໍ່ໃນກອງປະຊຸມສະຫຼຸບວຽກງານພັກ-ວຽກງານການເມືອງ ປີ 2018 ແລະ ທິດທາງແຜນການ ປີ 2019 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັອ ພິມພາ ທິຖາວອນ ຄະນະປະຈຳພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ທີ່ຈັດຂຶ້ນໃນວັນທີ 13 ກຸມພາ ຜ່ານມານີ້ວ່າ: ໄລຍະ 1 ປີຜ່ານມາ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ໂດຍສາມາດແກ້ໄຂເປົ້າໝາຍປະກົດການຫຍໍ້ທໍ້ຕ່າງໆ ໄດ້ທັງໝົດ 213 ເລື່ອງ; ໃນນີ້, ໄດ້ດຳເນີນຄະດີອາຍາ 86 ເລື່ອງ, ຄະດີຢາເສບຕິດ 16 ເລື່ອງ, ຄະດີເສດຖະກິດ 4 ເລື່ອງ ແລະ ຄະດີອຸບັດຕິເຫດ 107 ເລື່ອງ, ຢຶດຢາບ້າໄດ້ 43,802,200 ເມັດ ລວມມູນຄ່າເສຍຫາຍທັງໝົດເທົ່າກັບ 2,728,140,000 ກີບ.

ຜູ້ເຂົ້າຮ່ວມຈາກກອງບັນຊາການ ປກສ ແຂວງໄຊສົມບູນ

ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດວຽກງານອື່ນ ເປັນຕົ້ນແມ່ນ ໄດ້ຈັດຕັ້ງເຊື່ອມຊຶມມະຕິຕ່າງໆ ທັງໝົດ 8 ຄັ້ງ, ຂຽນຂ່າວສົ່ງໄປອອກນໍາໂທລະພາບ-ໜັງສືພິມ ປກສ 250 ບົດ ແລະ ວິທະຍຸແຂວງ 122 ບົດ, ອັບຂ່າວລົງສື່ອອນລາຍເວບຂ່າວ ປກສ ແຂວງໄຊສົມບູນ ໄດ້ 29 ລາຍການ, ໄດ້ສົມທົບກັບກຳລັງກະຊວງ ປກຊ-ປກສ ອົງການປົກຂອງແຂວງ ແລະ ປກສ ເມືອງ ລົງເກັບກຳສະຖິຕິທົ່ວແຂວງທັງໝົດ 89 ບ້ານ, 17,189 ຄອບຄົວ ມີພົນລະເມືອງທັງໝົດ 93,022 ຄົນ ຍິງ45,672 ຄົນ; ໃນນີ້, ຈົດທະບຽນສຳມະໂນຄົວສຳເລັດ 16,448 ຄອບຄົວ, ປະຕິບັດພາລະບົດບາດສິດ ແລະ ໜ້າທີ່ໃນການປ້ອງກັນຕ່າງໆ ໄດ້ທັງໝົດ 186 ຄັ້ງ ແລະ ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ທົ່ວແຂວງມີນັກໂທດ ທັງໝົດ 74 ຄົນ ຍິງ 10 ຄົນ, ຜູ້ຖືກຫາ 27 ຄົນ ຍິງ 4 ຄົນ, ດັດສ້າງ 22 ຄົນ ຍິງ 2 ຄົນ.