ພັຕ ບຸນຈັນ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ ປກສ ແຂວງໄຊຍະບູລີ ພ້ອມຄະນະໄດ້ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ

ທ້າຍອາທິດຜ່ານມານີ້, ພັຕ ບຸນຈັນ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ ປກສ ແຂວງໄຊຍະບູລີ ພ້ອມຄະນະ ໄດ້ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ວຽກງານຕ້ານການຄ້າມະນຸດ, ກົດລະບຽບການສັນຈອນຕາມທ້ອງຖະໜົນ, ວຽກງານຕ້ານອາຊະຍາກໍາ, ຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການກະທໍາຜິດທາງດ້ານເສດຖະກິດ ແລະ ວຽກງານສະກັດກັ້ນ-ຕ້ານອັກຄີໄພ ຢູ່ບ້ານນາມອນ ເມືອງໄຊຍະບູລີ ໂດຍມີ ທ່ານ ພາ ບົວພັກດີ ນາຍບ້າຍໆນາມອນ ພ້ອມດ້ວຍຄະນະພັກ-ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງ.

ທ່ານ ພາ ບົວພັກດີ ນາຍບ້າຍໆນາມອນ ພ້ອມດ້ວຍຄະນະພັກ-ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງ

ພັຕ ບຸນຈັນ ໄຊຍະວົງ ກ່າວວ່າ:

ການລົງໂຄສະນາຄັ້ງນີ້ ກໍເພື່ອເປັນການສຶກສາອົບຮົມ, ປຸກລະດົມ-ຊຸກຍູ້ປະຊາຊົນບັນດາເຜົ່າ, ເພີ່ມທະວີຄວາມເປັນເຈົ້າການ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ໃຫ້ມີຄວາມເຂັ້ມງວດກວ່າເກົ່າ; ປະກອບສ່ວນຕັ້ງໜ້າເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທີ່ເປັນໄພອັນຕະລາຍຕໍ່ຊີວິດ, ຊັບສິນຂອງລັດ, ລວມໝູ່ ແລະ ຂອງພົນລະເມືອງ

ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ບັນຫາອັກຄີໄພທີ່ອາດຈະເກີດຂຶ້ນໄດ້ທຸກເວລາ, ບັນຫາອາຊະຍາກໍາປະເພດຕ່າງໆ, ການຄ້າປະເວນີ, ການເປັນໂສເພນີ, ການທໍາລາຍສິ່ງແວດລ້ອມ ແລະ ບັນຫາອື່ນໆ. ເຊິ່ງສິ່ງດັ່ງກ່າວນັ້ນ ໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງ ແລະ ສ້າງຄວາມຫຍຸ້ງຍາກສັບສົນ ໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ.

ພັຕ ບຸນຈັນ ໄຊຍະວົງ ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນສຶກສາອົບຮົມບົ່ມສອນລູກຫຼານສະມາຊິກຄອບຄົວຂອງຕົນເອງ

ໂອກາດນີ້, ພັຕ ບຸນຈັນ ໄຊຍະວົງ ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນສຶກສາອົບຮົມບົ່ມສອນລູກຫຼານສະມາຊິກຄອບຄົວຂອງຕົນເອງ, ມີສະຕິລະວັງຕົວສູງ ແລະ ຮັກສາເຮືອນຊານບ້ານຊ່ອງຂອງຕົນເອງ ໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ.