ທ່ານ ຊາເວຍ ຈາຍາກຸມານ ລັດຖະມົນຕີກະຊວງນ້ຳ, ດິນ ແລະ ຊັບພະຍາກອນທຳມະຊາດມາເລເຊຍ ເປີດເຜີຍວ່າ ລັດຖະບານ ຈະອະນຸຍາດໃຫ້ຂຸດບໍ່ແຮ່ບອກໄຊອີກ, ເຊິ່ງລັດຖະບານລັດຖະບານຊຸດກ່ອນ ເຄີຍຫ້າມມາແລ້ວເປັນເວລາ 3 ປີ, ເຖິງແມ່ນວ່າການອະນຸຍາດຂຸດບໍ່ແຮ່ບອກໄຊ ມີສຽງຕຳໜິວ່າ ຈະເປັນອັນຕະລາຍຕໍ່ສິ່ງແວດລ້ອມກໍຕາມ.

ການຂຸດບໍ່ແຮ່ບອກໄຊ ຈະສາມາດດຳເນີນໄດ້ອີກຕັ້ງແຕ່ເດືອນເມສາ 2019 ເປັນຕົ້ນໄປ, ແຕ່ຕ້ອງໄດ້ປະຕິບັດຕາມລະບຽບຢ່າງເຂັ້ມງວດ, ຂະນະດຽວກັນ ກໍຈະເປີດທາງໃຫ້ມາເລເຊຍ ສາມາດສົ່ງອອກບອກໄຊ ທີ່ມີຄຸນ ນະພາບດີ 432.000 ໂຕນ, ເຊິ່ງປັດຈຸບັນນີ້ ເກັບຮັກສາໄວ້ຢູ່ທ່າເຮືອກວນຕັນ ແຄມຝັ່ງທະເລຈີນໃຕ້. ສ່ວນສະມາຊິກສະພາ ລັດກວນຕັນ ກ່າວຕໍ່ລັດຖະບານຊຸດນີ້ວ່າ ບໍ່ຄວອະນຸຍາດໃຫ້ຂຸດບໍ່ແຮ່ງບອກໄຊອີກ ເພາະຈະເຮັດໃຫ້ແມ່ນ້ຳທີ່ເປັນແຫຼ່ງຊັບພະຍາກອນທຳມະຊາດເປິະເປື້ອນອີກ ເພາະການຂຸດບໍ່ແຮ່ບອກໄຊ ຈະປ່ອຍໂລ ຫະໜັກທີ່ເປັນສານກໍ່ພະຍາດມະເຮັງ ແລະ ສານອັນຕະລາຍ ລວມທັງລັງສີປະລິມານຕ່ຳນຳອີກ.

ບອກໄຊ ເປັນສິນຄ້າແຮ່ທາດທີ່ສຳຄັນທີ່ໃຊ້ຫຼອມອະລູມິນຽມ, ເຊິ່ງປະເທດອິນໂດເນເຊຍ ກໍມີການຫ້າມສົ່ງ ອອກໃນປີ 2014 ເຮັດໃຫ້ບໍ່ແຮ່ບອກໄຊ ສືບຕໍ່ດຳເນີນອີກໃນມາເລເຊຍ ເພື່ອສົ່ງອອກໄປຕະຫຼາດຈີນ ຈົນເຮັດໃຫ້ມີການຮຽກຮ້ອງວ່າ ມີບໍ່ແຮ່ບອກໄຊຫຼາຍແຫ່ງຢູ່ໃນລັດປາຫັງ ແລະ ມັນທຳລາຍສະພາບພູມີປະເທດຂອງລັດ ເຮັດໃຫ້ແມ່ນ້ຳປົນເປື້ອນ, ປະຊາຊົນເຈັບປ່ວຍທາງລະບົບຫາຍໃຈ ແລະ ເປັນຜື່ນຄັນຕາມຮ່າງກາຍຫຼາຍຂຶ້ນ. ນອກຈາກນີ້, ບໍ່ແຮ່ສ່ວນຫຼາຍຍັງເປັນບໍ່ແຮ່ເຖື່ອນ ໂດຍບໍ່ມີເຈົ້າໜ້າທີ່ລັດຄຸ້ວຄອງ. ດັ່ງນັ້ນ, ລັດຖະບານມາເລ ເຊຍ ຊຸດກ່ອນຈຶ່ງໄດ້ມີການສັ່ງຫ້າມຂຸດບໍ່ແຮ່ບອກໄຊເປັນເວລາ 3 ປີ, ຈົນມາຮອດເດືອນມີນານີ້. ຂະນະທີ່ລັດ ຖະບານຂອງປະເທດອິນໂດເນເຊຍ ກໍເລີ່ມກັບມາສົ່ງແຮ່ທາດບອກໄຊອີກຄັ້ງ ນັບແຕ່ປີ 2017 ເປັນຕົ້ນມາ.