ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ກຸມພາ ນີ້ວ່າ: ທາງການໂມງໂກລີ ສັງປິດຮ້ານອາຫານ KFCທຸກສາຂາທົ່ວປະເທດລະຫວ່າງວັນທີ 18-21 ກຸມພາ ນີ້ ເພື່ອກວດສອບຢ່າງຮີບດ່ວນ ຫຼັງຈາກພົບວ່າ ມີລູກຄ້າທີ່ຮັບປະ ທານອາຫານຂອງຮ້ານເຂົ້າໄປຮັບການປິ່ນປົວຢູ່ໂຮງໝໍ 42 ຄົນ ຍ້ອນອາຫານເປັນພິດ.

          ຂ່າວລາຍງານໃຫ້ຮູ້ວ່າ ເຫດດັ່ງກ່າວເກີດຂຶ້ນທີ່ຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງອູລານບາຕາ ເນື່ອງຈາກພົບການປົນເປື້ອນຂອງສານພິດໃນນ້ຳ, ເຊິ່ງຫຼັງຈາກເຈົ້າໜ້າທີ່ວິຊາສະເພາະກວດສອບ ພົບວ່າມີຜູ້ປ່ວຍເພີ່ມຕື່ມອີກ 247 ຄົນ ມີອາການເຈັບທ້ອງ ແລະ ຮາກ.

ເຫດດັ່ງກ່າວນີ້, ສົ່ງຜົນໃຫ້ຮ້ານອາຫານ KFC ສາຂາຫ້າງສັບພະສິນຄ້າ Zaisan, ເຊິ່ງເປັນຮ້ານຕົ້ນເຫດທີ່ພົບຜູ້ປ່ວຍຖືກສັ່ງປິດ. ແນວໃດກໍຕາມ, ຫຼັງຈາກນັ້ນທາງການໄດ້ສັ່ງໃຫ້ປິດຮ້ານອາຫານ KFC ໃນທຸກສາຂາທົ່ວປະເທດ, ເຊິ່ງມີຢູ່ 11 ສາຂາ ເພື່ອກວດສອບເປັນເວລາ 4 ວັນ.

ຈາກການກວດສອບໃນເບື້ອງຕົ້ນ ພົບວ່າ ມີພະນັກງານຂອງຮ້ານຈຳນວນ 35 ຄົນທີ່ກ່ຽວຂ້ອງກັບການປຸງອາຫານ ບໍ່ໄດ້ຜ່ານການກວດສອບປະຫວັດສຸຂະພາບ ລວມເຖິງຍັງພົບວ່າ ທາງຮ້ານຂາດການຈັດການດ້ານສຸຂະນາໄມນຳອີກ. ທາງດ້ານບໍລິສັດ KFC ອອກຖະແຫຼງການຂໍໂທດລູກຄ້າ ແລະ ຜູ້ທີ່ໄດ້ຮັບຜົນກະທົບ. ພ້ອມນັ້ນ, ທາງບໍລິສັດ ຍັງຢືນຢັນວ່າຈະໃຫ້ຄວາມຮ່ວມມືກັບທາງການໃນການກວດສອບຫາສາເຫດທີ່ເກີດຂຶ້ນ.