ໃຫ້ທິດຊີ້ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ ຢ້ຽມຢາມ ແລະ ເຮັດວຽກຢູ່ ອົງການປົກຄອງນະຄອນຫຼວງວຽງຈັນ ວັນທີ 19 ກຸມພາ 2019 ໂດຍມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບ; ເຊິ່ງທ່ານໄດ້ມີທິດຊີ້ນຳໃຫ້ ອົງຄະນະພັກ ແລະ ພະນັກງານການນຳແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຊີ້ນຳ-ນຳພາພະນັກງານຫຼັກແຫຼ່ງ ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເພື່ອພັດທະນາ ນະຄອນຫຼວງວຽງຈັນ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ຮຸ່ງເຮືອງສີວິໄລ ແລະ ສະຫງົບ-ໜ້າຢູ່.

ທ່ານປະທານປະເທດ ກ່າວວ່າ:

ທ່ານປະທານປະເທດ ກ່າວ: ຈົ່ງເອົາໃຈໃສ່ຊີ້ນຳພາພະນັກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ

ອົງຄະນະພັກ ນະຄອນຫຼວງວຽງຈັນ ແລະ ພະນັກງານການນຳແຕ່ລະຂັ້ນ ທົ່ວນະຄອນຫຼວງວຽງຈັນ ຈົ່ງເອົາໃຈໃສ່ຊີ້ນຳພາພະນັກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນແມ່ນ ຢາເສບຕິດ, ອຸບັດຕິເຫດ, ການຈະລາຈອນແອອັດ, ປຸ້ນຈີ້-ຊີງຊັບ ໃຫ້ມີຄວາມສະຫງົບລົງເທື່ອລະກ້າວ ເພື່ອກ້າວໄປເຖິງແກ້ໄຂຢ່າງເດັດຂາດ.

ກ່ອນອື່ນໝົດ, ແຕ່ລະສະຫາຍຕ້ອງສ້າງຄວາມເປັນເອກະພາບ ແລະ ຄວາມເຂົ້າໃຈຕໍ່ທຸກພາກສ່ວນຂອງສັງຄົມ ເພື່ອໃຫ້ສັງຄົມປະກອບສ່ວນເປັນກຳລັງແຮງອັນແຂງແກ່ນ ໃນການພັດທະ ນາ ໂດຍສະເພາະແມ່ນ ຍົກສູງສະຕິຕໍ່ການປະຕິບັດລະບຽບຈະລາຈອນໃຫ້ເຄັ່ງຄັດ, ປະຕິບັດຕາມໄຟອຳນາດໃຫ້ເຂັ້ມງວດ, ພ້ອມທັງວາງມາດຕະການຢ່າງເຂັ້ມງວດຕໍ່ຜູ້ທີ່ລະເມີດ ເພື່ອຮັບປະກັນໃຫ້ຈຳນວນຜູ້ເສຍຊີວິດ, ບາດເຈັບ, ເສຍອົງຄະຈາກອຸບັດຕິເຫດ ນັບມື້ຫຼຸດໜ້ອຍຖອຍລົງ.

ໂດຍມີ ທ່ານ ປອ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບ

ສະເພາະບັນຫາປຸ້ນຈີ້-ຊິງຊັບ, ສາເຫດໜຶ່ງແມ່ນ ຍ້ອນບັນຫາການແກ້ໄຂວຽກເຮັດງານທຳບໍ່ທັນໄດ້ດີ ເປັນເຫດເຮັດໃຫ້ຄົນໃນຊົນນະບົດຈຳນວນໜຶ່ງ ເຂົ້າມາຢູ່ຕົວເມືອງຫຼາຍຂຶ້ນ ແຕ່ວິຊາອາຊີບກໍບໍ່ມີ ບໍ່ສາມາດທຳມາຫາກິນ ຈຶ່ງເກີດມີແນວຄິດກະທຳອັນບໍ່ດີຫວັງຊີງຊັບ; ສະເພາະບັນຫານີ້ ຕ້ອງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າຫາວິທີທາງແກ້ໄຂຢ່າງທັນການ ແນໃສ່ໃຫ້ ນະຄອນຫຼວງວຽຈັນ ມີຄວາມສະຫງົບເທື່ອລະກ້າວ.

ທ່ານ ບຸນຍັງ ວໍລະຈິດ ກ່າວຕື່ມວ່າ:

ອົງຄະນະພັກ ແລະ ພະນັກງານການນຳແຕ່ລະຂັ້ນຂອງ ອົງການປົກຄອງນະຄອນຫຼວງວຽງຈັນ

ພະນັກງານຫຼັ້ກແຫຼ່ງທົ່ວນະຄອນຫຼວງວຽງຈັນ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາວນະຄອນຫຼວງວຽງຈັນ ແລະ ພັດທະນານະຄອນຫຼວງວຽງຈັນ ໃຫ້ແທດເໝາະກັບສະພາບຈຸດພິເສດຂອງຕົນເອງ, ຕັ້ງໜ້າຂຸດຄົ້ນກຳລັງແຮງບົ່ມຊ້ອນ ເພື່ອສ້າງພື້ນຖານອັນເຂັ້ມແຂງ, ເຮັດໃຫ້ນະຄອນຫຼວງວຽງຈັນ ມີທ່ວງທ່າພັດທະນາທີ່ໝັ້ນຄົງ-ຍາວນານ, ເຮັດໃຫ້ປະຊາຊົນສາມາດອີງໃສ່ຊັບພະຍາກອນອັນຮັ່ງມີຂອງຊາດ ເພື່ອຊຸກຍູ້ການສ້າງສາພັດທະນາເສດຖະກິດ, ປົວແປງ, ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຕົນໃຫ້ສູງຂຶ້ນ, ສູ້ຊົນບຸກບືນແກ້ໄຂຄວາມທຸກຍາກ, ຫຼ້າຫຼັງເຮັດໃຫ້ນະຄອນຫຼວງວຽງຈັນ ກາຍເປັນ 6 ຢ່າງແທ້ຈິງ, ຮັບປະກັນຄວາມສະຫງົບ-ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ອຳນວຍຄວາມສະດວກໃຫ້ການເຄື່ອນໄຫວຂອງ ບັນດາສຳນັກງານ-ອົງການພັກ-ລັດ ແລະ ອົງການຈັດຕັ້ງສັງຄົມ.