ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ໄດ້ມອບລົດເກັງຍີ່ຫໍ້ເກຍ ຈໍານວນ 4 ຄັນ ລວມມູນຄ່າ 184.000 ໂດລາສະຫະລັດ

ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ແລະ ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ມອບລົດ ແລະ ເຄື່ອງໃຊ້ຫ້ອງການໃຫ້ ກະຊວງປ້ອງກັນຄວາມສະຫງົບ ລວມມູນຄ່າ 1,7 ຕື້ກີບ ໃນວັນທີ 18 ກຸມພາ 2019, ເພື່ອນໍາໃຊ້ເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີຄວາມສະດວກສະບາຍ ແລະ ວອງໄວດີຂຶ້ນກວ່າເກົ່າ.

ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ໄດ້ມອບລົດເກັງຍີ່ຫໍ້ເກຍ ຈໍານວນ 4 ຄັນ ລວມມູນຄ່າ 184.000 ໂດລາສະຫະລັດ. ສ່ວນ ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ມອບຄອມພິວເຕີຕັ້ງໂຕະ 30 ເຄື່ອງ, ຄອມພິວເຕີໂນ໊ດບຸກ 13 ເຄື່ອງ, ປິ້ຼນເຕີ 7 ເຄື່ອງ, ແລະ ເຄື່ອງສະແກນເນີ 1 ເຄື່ອງ ລວມມູນຄ່າ 217.435.050 ກີບ.

ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ໄດ້ມອບຄອມພິວເຕີຕັ້ງໂຕະ 30 ເຄື່ອງ, ຄອມພິວເຕີໂນ໊ດບຸກ 13 ເຄື່ອງ, ປິ້ຼນເຕີ 7 ເຄື່ອງ, ແລະ ເຄື່ອງສະແກນເນີ 1 ເຄື່ອງ ລວມມູນຄ່າ 217.435.050 ກີບ

ກ່າວມອບໂດຍ ທ່ານ ປີສາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ ແລະ ພົຈວ ອຸລະຫາ ທອງວັນທາ ຜູ້ອໍານວຍການໃຫຍ່ ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ກ່າວຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ.

ພົທ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປີສາໄຊ ແກ້ວໄຊຍະຈັກ ແລະ ພົຈວ ອຸລະຫາ ທອງວັນທາ ທີ່ເຫັນໄດ້ຄວາມສໍາຄັນຂອງ ການເຄື່ອນໄຫວວຽກງານກໍາລັງປ້ອງກັນຄວາມສະຫງົບ ແລະ ຈະນໍາເອົາເຄື່ອງຈໍານວນດັ່ງກ່າວ ໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເກີດຜົນປະໂຫຍດສູງສຸດ.

ທ່ານ ປີສາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (ຊ້າຍ) – ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ (ຂວາ)

ໂອກາດດຽວກັນນີ້, ລັດຖະມົນຕີ ກະຊວງ ປກສ ໄດ້ມອບໃບຊົມເຊີຍໃຫ້ທັງສອງບໍລິສັດ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ອວຍພອນໄຊໃຫ້ທັງສອງບໍລິສັດ ຈົ່ງປະສົບຜົນສໍາເລັດທຸກໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ການດໍາເນີນທຸລະກິດ ກໍໃຫ້ມີຄວາມຈະເລີນກ້າວໜ້າດີຂຶ້ນເລື້ອຍໆ.