ສສນວ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ

0
1441

ວັນທີ 18 ກຸມພາ 2019, ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ສສນວ) ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ພ້ອມຄະນະ ໄດ້ລົງເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ໃຫ້ປະຊາຊົນບ້ານສ້າງຄອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຍົກໃຫ້ເຫັນວ່າ:

ຜ່ານການດຳເນີນກອງປະຊຸມຄັ້ງນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນເລິກເຊິ່ງ ພ້ອມທັງມີຄວາມເປັນເອກະພາບສູງໃນການພິຈາລະນາ ແລະ ຮັັບຮອງເອົາບັັນຫາສໍາຄັນຂອງ ນະຄອນຫຼວງວຽງຈັນ.

ປະຊາຊົນບ້ານສ້າງຄອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໃນນັ້ນ, ກອງປະຊຸມໄດ້ຮັບຮອງເອົາບົດລາຍງານຂອງ ອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ທີ່ເຫັນວ່າ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ເສດຖະກິດຂະຫຍາຍຕົວ ໃນລະດັບ 9,3%, ມູນຄ່າລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 44.620 ຕື້ກີບ, ສາມາດເກັບລາຍຮັບໄດ້ທັງໝົດ 1.281,46 ຕື້ກີບ ເທົ່າກັບ 104,8% ຂອງແຜນການປີ, ລາຍຈ່າຍງົບປະມານປະຕິບັດໄດ້ 622,12% ຕື້ກີບ ເທົ່າກັບ 96,96% ຂອງແຜນການປີ.

ຈາກຜົນສໍາເລັດດັ່ງກ່າວ, ໄດ້ປະກອບສ່ວນເຮັດໃຫ້ ນະຄອນຫຼວງວຽງຈັນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ສືບຕໍ່ພັດທະນາການບໍລິຫານລັດຕາມກົດໝາຍ ໃນຫຼາຍຂົງເຂດໄດ້ຮັບການປັບປຸງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງດີຂຶ້ນເປັນກ້າວໆ.

ເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 6

ກອງປະຊຸມ ຍັງໄດ້ຮັບຮອງເອົາບົດລາຍງານຂອງ ອົງການກວດສອບແຫ່ງລັດ ປະຈໍາພາກກາງ   ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019, ບົດລາຍງານຜົນຂອງ ການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017 ຂອງ ນະຄອນຫຼວງວຽງຈັນ; ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ອົງການໄອຍະການປະຊາຊົນ, ສະພາປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ; ຮັບຮອງເອົາບົດລາຍງານການຊີ້ແຈງບັນຫາພົ້ນເດັ່ນຈໍານວນໜຶ່ງຂອງ ອົງການປົກຄອງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ-ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ບັນດາພະແນກການທີ່ກ່ຽວຂ້ອງ.