ໃຫ້ກຽດເຜີຍແຜ່ໂດຍ ທ່ານ ປອ ທອງຈັນ ມະນີໄຊ ຄະນະປະຈຳພັກ ຮອງລັດຖະມົນຕີ ກະຊວງພາຍໃນ

ກະຊວງພາຍໃນ ເຜີຍແຜ່ເອກະສານມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X ໃນວັນທີ 19 ກຸມພາ 2019 ເພື່ອໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງຂອງ ກະຊວງພາຍໃນ ໄດ້ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈເປັນເອກະພາບຕໍ່ບັນດາເນື້ອໃນຂອງມະຕິດັ່ງກ່າວ ຢ່າງທົ່ວເຖິງ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍ ຢ່າງມີປະສິດທິຜົນ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ປອ ທອງຈັນ ມະນີໄຊ ຄະນະປະຈຳພັກ ຮອງລັດຖະມົນຕີ ກະຊວງພາຍໃນ.

ເອກະສານທີ່ນຳມາເຜີຍແຜ່ ມີ:

ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ X

ມະຕິເລກທີ 056/ຄບສພ ວັນທີ 19 ທັນວາ 2018 ວ່າດ້ວຍ ການປັບປຸງຮາກຖານການເມືອງຂອງ ລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ ທີ່ລະບຸກ່ຽວກັບ ທິດທາງ, ໜ້າທີ່, ປັບປຸງຮາກຖານການເມືອງ ໃນຊຸມປີຕໍ່ໜ້າວ່າ:

ສະເພາະຮາກຖານສຳນັກງານ, ອົງການ, ສະຖາບັນການສຶກສາ, ໂຮງງານ, ໂຮງໝໍ ແລະ ວິສາຫະກິດຂອງລັດ ແມ່ນຕ້ອງສຸມໃສ່ເພີ່ມທະວີຄຸນນະພາບຂອງການດຳເນີນຊີວິດຂອງການຈັດຕັ້ງ ແລະ ການຈັດຕັ້ງມະຫາຊົນ ໂດຍຕິດພັນກັບການກວດກາ, ຕີລາຄາຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ, ເພີ່ມທະວີກຳລັງແຮງໃນການຕໍ່ສູ້ສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ ໃນກົງຈັກການຈັດຕັ້ງ, ສ້າງການຫັນປ່ຽນແບບບຸກທະລຸດ້ານກົນໄກ ແລະ ແບບແຜນການເຄື່ອນໄຫວນຳພາຄຸ້ມຄອງ.

ນອກນີ້, ຍັງມີມະຕິ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍ ເພີ່ມທະວີການນຳພາແກ້ ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກ ທີ່ໄດ້ກຳນົດກ່ຽວກັບບັນດາມາດຕະການທີ່ຕ້ອງໄດ້ປະຕິບັດຢ່າງຮີບດ່ວນ ແລະ ມີຈຸດສຸມ.

ກະຊວງພາຍໃນ ເຜີຍແຜ່ເອກະສານມະຕິ

ໜຶ່ງໃນນັ້ນ ແມ່ນການແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານ, ກວດກາຄືນບັນດານິຕິກຳທີ່ພົວພັນເຖິງການເກັບລາຍຮັບ ເພື່ອປັບປຸງໃຫ້ມີຄວາມຮັດກຸມ, ສອຄ່ອງກັບທັດສະນະ ຫຼື ທິດທາງແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ທັງຮັບປະກັນການປະຕິບັດເຂັ້ມງວດ, ແກ້ໄຂຊ່ອງຫວ່າງທີ່ພາໃຫ້ເກີດການຍັກຍອກຂອງເຈົ້າໜ້າທີ່, ການຫຼົບຫຼີກພາສີ-ອາກອນຂອງບຸກຄົນ ຫຼື ລວມໝູ່ ທີ່ມີພັນທະມອບພາສີ-ອາກອນ ໃຫ້ລັດຕາມກົດໝາຍ; ຫັນການຈັດເກັບລາຍຮັບໄປສູ່ທັນສະໄໝ ໂດຍຜ່ານລະບົບທະນາຄານ.