ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໃຫ້ທິດຊີ້ນຳ

ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຊີ້ນໍາໃຫ້ ຄະນະກອງພັນ 206 ເອົາໃຈໃສ່ນໍາພາ-ບັນຊາພະນັກງານ-ນັກຮົບ ເປັນເຈົ້າການປະຕິບັດວຽກງານວິຊາສະເພາະ ປ້ອງກັນເວນຍາມ ສໍານັກງານ-ອົງການ, ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ ໂດຍເພີ່ມຄວາມລະອຽດ ໃນການຄົ້ນຄວ້າສ້າງແຜນປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ ແລະ ຕ້ອງຮັກສາໃຫ້ໄດ້ຄວາມສະຫງົບ-ປອດໄພ.

ການຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມ ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2018 ແລະ ວາງທິດທາງວຽກງານ ປະຈໍາປີ 2019 ຂອງ ກອງພັນ 206 ທີ່ຈັດຂຶ້ນໃນວັນທີ 19 ກຸມພາ 2019.

ໂດຍທ່ານກໍໄດ້ກ່າວວ່າ:

ເນັ້ນ ກອງພັນ 206 ຄວນຄົ້ນຄວ້າສ້າງແຜນປ້ອງກັນເວນຍາມ ສຳນັກງານ-ອົງການ

ຄະນະກອງພັນ 206 ຕ້ອງໄດ້ເຂັ້ມແຂງ ໃນການນໍາພາ-ບັນຊາພະນັກງານ-ນັກຮົບ ປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ວຽກງານປ້ອງກັນເວນຍາມ ສໍານັກງານ-ອົງການ, ພື້ນເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງພັກ-ລັດຖະບານ ຕ້ອງໃຫ້ຮັບປະກັນຄວາມສະຫງົບ-ປອດໄພ, ສາມາດສະກັດກັ້ນຕ້ານທຸກປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນຢ່າງທັນການ.

ໃນນັ້ນ, ສິ່ງສໍາຄັນຄວນຄົ້ນຄວ້າສ້າງແຜນການປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ໃຫ້ລະອຽດຊັດເຈນຍິ່ງຂຶ້ນ, ວຽກງານປະຈໍາວັນ, ປະຈໍາອາທິດ, ປະຈໍາເດືອນ, ປະຈໍາ 3 ເດືອນ, 6 ເດືອນ ແລະ 1 ປີ, ເຂັ້ມງວດໃນການມອບຄວາມຮັບຜິດຊອບໃຫ້ບຸກຄົນ ແລ້ວລົງຊຸກຍູ້ຕິດຕາມເປັນປົກກະຕິ.

ຄຽງຄູ່ກັນນັ້ນ, ວຽກງານສື່ສານ ເຊັ່ນ: ໂທລະເລກ, ໂທລະສານ ຫຼື ເບີໂທລະສັບ ຂອງພະນັກງານ-ນັກຮົບຮັບຜິດຊອບ ຢູ່ຈຸດໃດຕ້ອງໃຫ້ຊັດເຈນ ແລະ ຖືກຕ້ອງ ເພື່ອສະດວກໃນການຕິດຕໍ່ພົວພັນ.

ພັທ ຄໍາພີ ເພົ້າບຸນລະປານ ຮອງຫົວໜ້າກອງພັນ 206 ຜ່ານບົດສະຫຼຸບ ໃຫ້ຮູ້ວ່າ:

ການຄົ້ນຄວ້າສ້າງແຜນປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຂອງ ຄະນະກອງພັນ 206

ປີ 2018 ຜ່ານມາ, ຄະນະກອງພັນ 206 ໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບ ເວົ້າລວມ, ເວົ້າສະເພາະແມ່ນ ກໍາລັງເຫຼົ່າວິຊາສະເພາະທີ່ປ້ອງກັນເວນຍາມແຕ່ລະຈຸດ ໃຫ້ມີແນວຄິດທີ່ຫຼັກໝັ້ນ, ການເມືອງໜັກແໜ້ນ, ປະຕິບັດໜ້າທີ່ຢ່າງເຂັ້ມງວດ, ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ຄື: ປ້ອງກັນກອງປະຊຸມ, ງານລ້ຽງ, ກິດຈະກໍາຕ່າງໆ 177 ຄັ້ງ, ກວດກາລາລະເວຈຸດປ້ອງກັນ 617 ຄັ້ງ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ 2.722 ຄັ້ງ, ປ້ອງກັນລົດໄທ ມາສົ່ງນໍ້າມັນຢູ່ ສ້າງນໍ້າມັນດົງຈອງ 2.012 ຖ້ຽວ, ປ້ອງກັນລົດມາຮັບເອົານໍ້າມັນຢູ່ ສ້າງນໍ້າມັນດົງຈອງ 2.670 ຖ້ຽວ, ປ້ອງກັນລົດແຂກມາພົວພັນຢູ່ ສໍານັກງານ-ອົງການ 50 ຄັ້ງ ແລະ ປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີ 9 ສະຫາຍ.