ທ່ານ ຫງວຽນແທັງຕຸງ ອຸປະນຸທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ຈັດພິທີສົ່ງ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ

ໃນວັນທີ 19 ກຸມພາ 2019 ທີ່ສະໜາມບິນສາກົນວັດໄຕ, ທ່ານ ຫງວຽນແທັງຕຸງ ອຸປະນຸທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ຈັດພິທີສົ່ງ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ເພື່ອເດີນທາງເຂົ້າຮ່ວມ ກອງປະຊຸມສອງຝ່າຍ ປະຈໍາປີ 2019 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງຕໍາຫຼວດ ຫວຽດນາມ ທີ່ນະຄອນຮ່າໂນ້ຍ ປະເທດຫວຽດນາມ ໃນລະຫວ່າງວັນທີ 19-21 ກຸມພາ 2019.

ການເດີນທາງເຂົ້າຮ່ວມ ກອງປະຊຸມສອງຝ່າຍ ປະຈໍາປີ 2019 ແມ່ນເພື່ອເປັນຂີດໝາຍສໍາຄັນຂອງການພົວພັນປະສານງານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ

ການເດີນທາງເຂົ້າຮ່ວມ ກອງປະຊຸມສອງຝ່າຍ ປະຈໍາປີ 2019 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງຕໍາຫຼວດ ຫວຽດນາມ ຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຄັ້ງນີ້ ແມ່ນ

ອີງຕາມແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈໍາປີ 2018 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງຕໍາຫຼວດ ຫວຽດນາມ ທີ່ໄດ້ລົງນາມກັນ ໃນວັນທີ 27 ມັງກອນ 2018 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ອີງຕາມຈົດໝາຍເຊື້ອເຊີນຂອງ ສະຫາຍລັດຖະມົນຕີ ກະຊວງຕໍາຫຼວດ ແຫ່ງ ສສ ຫວຽດນາມ ສະບັບເລກທີ 517/BCA-DN ລົງວັນທີ 1 ກຸມພາ 2019.

ສສ ຫວຽດນາມ – ສປປ ລາວ

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ເພື່ອເປັນຂີດໝາຍສໍາຄັນຂອງການພົວພັນປະສານງານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນດ້ານຕ່າງໆ ໃຫ້ມີຄວາມສະດວກ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ.