ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກຸມພາ ນີ້ວ່າ: ທ່ານ ຄິມ ຈອງອິນ ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເພື່ອສ້າງສາຍພົວພັນມິດຕະພາບລະຫວ່າງສອນປະເທດໃຫ້ແໜ້ນແຟ້ນຂຶ້ນ.

ຕາມແຜນການເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຄື: ໃນວັນທີ 25 ກຸມພາ ນີ້, ໂດຍ ທ່ານ ຄິມ ຈອງອິນ ພ້ອມດ້ວຍຄະນະຈະເດີນທາງກ່ອນລ່ວງໜ້າ 2 ວັນ ໂດຍຈະເດີນທາງດ້ວຍລົດໄຟຈາກນະຄອນຫຼວງພຽງຢາງ ຜ່ານເຂົ້າສູ່ ສປ ຈີນ ແລະ ຂະບສນລົດໄຟຈະສິ້ນສຸດທີ່ຈຸດຜ່ານແດນໃນເມືອງດົ່ງດາງ ແຂວງຫຼັ່ງເຊິນທາງເໜືອສຸດຂອງປະເທດຈີນ. ຈາກນັ້ນ, ທ່ານ ຄິມ ຈອງອິນ ແລະ ຄະນະ ຈະເດີນທາງດ້ວຍລົດຍົນອີກຄັ້ງໜຶ່ງເປັນໄລຍະທາງ 170 ກິໂລແມັດໄປຫານະຄອນຫຼວງຮ່າໂນ້ຍ.

ຂະນະທີ່ສະຖານທີ່ຈັດກອງປະຊຸມ ລະຫວ່າງຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກັບປະທານາທິບໍດີ ໂນນັນ ທຣຳ ຜູ້ນຳສະຫະລັດ ລະຫວ່າງວັນທີ 27-28 ກຸມພາ ນີ້, ມີລາຍງານວ່າ ອາດຈະເປັນທຳນຽບລັດຖະບານ ສສ ຫວຽດ ນາມ, ເຊິ່ງເປັນສະຖາປັດຕະຍະກຳທີ່ງົດງາມ ໂດຍຂ່າວລາຍງານໃຫ້ຮູ້ອີກວ່າ: ກ່ອນໜ້ານີ້, ທ່ານ ຄິມ ຊາງຊອນ ຫົວໜ້າຄະນະເຈົ້າໜ້າທີ່ປະຈຳທຳນຽບລັດຖະບານ ສປປ ເກົາຫຼີ ເດີນທາງໄປສຳຫຼວດສະຖານທີ່ດັ່ງກ່າວໃນທ້າຍອາທິດຜ່ານຍມາ.

ນອກຈາກນີ້, ມີຂ່າວລາຍງານໃຫ້ຮູ້ວ່າ ທ່ານ ຄິມ ຈອງອິນ ອາດຈະປ່ຽນທີມງາມຜູ້ຕິດຕາມໃນການຢ້ຽມຢາມຫວຽດນາມຄັ້ງນີ້ ເມື່ອທຽບໃສ່ກັບຄະນະຕິດຕາມໃນກອງປະຊຸມທີ່ສິງກະໂປ ໂດຍຕຳແໜ່ງທີ່ສຳຄັນ ຄື: ທ່ານ ຄິມຮະຢອກ ຊອນ ທູດພິເສດດ້ານກິດຈະກຳສະຫະລັດຂອງ ສປປ ເກົາຫຼີ, ເຊິ່ງເປັນອະດີດເອກອັກຄະຣາຊະທູດ ສປປ ເກົາຫຼີ ປະຈຳນະຄອນມາດຣິດ ຈະເຮັດໜ້າທີ່ແທນ ທ່ານ ນາງ ໂຊ ຊອນຮີ ລັດຖະມົນຕີກະຊວງການຕ່າງປະເທດ ຕິດຕາມໃນການເດີນທາງໄປກັບ ທ່ານ ຄິມ ຈອງອິນ ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ແລະ ຄະນະໃນຄັ້ງນີ້.