ໃນວັນທີ 19 ກຸມພາ ທີ່ຜ່ານມາ, ນາງ ຫຍາງ ເຟິງຫຼັນ ຊາວຈີນ ອາຍຸ 70 ປີ ສາຍາຣາຊີນີງາຊ້າງ, ເຊິ່ງເປັນໜຶ່ງໃນຜູ້ລັກລອບຂາຍເຄື່ອງເຖື່ອນໃນອາຟຣິກກາ ພ້ອມຊາຍຊາວຕັງຊານີ 2 ຄົນ ຖືກສານນະຄອນຫຼວງດາເອສຊາລາມຂອງຕັງຊານີ ຕັດສິນຈຳຄຸກຄົນລະ 15 ປີ ໃນຂໍ້ຖືກຫາລັກ ລອບຄ້າຂາຍງາຊ້າງຜິດກົດໝາຍ ຈຳນວນ 860 ອັນໃນໄລຍະປີ 2000-2014 ມູນຄ່າ 6.45 ລ້ານໂດລາສະຫະລັດ ແລະ ເພີ່ມໂທດຈໍາຄຸກອີກຄົນລະ 2 ປີ ພາຍໃຕ້ກົດໝາຍຄຸ້ມຄອງສັດປ່າຕັງຊານີ.

ສຳລັບມູນຄ່າເສຍຫາຍທັງໝົດ ສາມາດນຳມາເປັນຄ່າປັບເປັນເງິນສອງເທົ່າຂອງມູນຄ່າງາຊ້າງທີ່ລັກລອບຂົນສົ່ງອອກນອກປະເທດ ຄິດເປັນມູນຄ່າປັບໃໝ 12.9 ລ້ານໂດລາສະຫະລັດ.

ນາງ ຫຍາງ ເຟິງຫຼັນ ເຂົ້າໄປປະເທດຕັງຊານີ ຕັ້ງແຕ່ປີ 1975 ເຮັດວຽກເປັນຜູ້ແປພາສາໃຫ້ບໍລິສັດຈີນທີ່ສ້າງທາງລົດໄຟເຊື່ອມຕໍ່ທ່າເຮືອນະຄອນຫຼວງດາເອສຊາລາມ ກັບຊຳບີ, ກ່ອນຖືກຈັບກຸມໃນປີ 2015 ເຮັດວຽກໃຫ້ກັບເລຂາທິການສະພາທຸລະກິດອາຟຣິກກາ ຕັງຊານີ-ຈີນ ໃຫ້ຄວາມຮ່ວມມືລະຫວ່າງຊາວຈີນ ກັບຊາວຕັງຊານີ ລັກລອບຂາຍງາຊ້າງໄປທົ່ວໂລກ ເຮັດໃຫ້ໃນໄລຍະປີ 2009-2014 ມີຈຳນວນປະຊາກອນຊ້າງຫຼຸດລົງເຖິງ 60%.

ແຕ່ອີກ 4 ປີຕໍ່ມາ, ກຸ່ມແກ້ງລັກລອບຂາຍງາຊ້າງ ຖືກເຈົ້າໜ້າທີ່ຕຳຫຼວດ ເຂົ້າຈັບກຸມໄປດຳເນີນຄະດີຫຼາຍຄົນ.