ປະກາດແຕ່ງຕັ້ງ ຮອງປະທານສານປະຊາຊົນພາກກາງ

0
2540
ເຂົ້າຮ່ວມເປັນປະທານໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ (ຊ້າຍ) – ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ (ຂວາ)

ສານປະຊາຊົນພາກກາງ ຈັດພິທີປະກາດແຕ່ງຕັ້ງ ຮອງປະທານສານ ເພີ່ມເຕີມອີກ 1 ທ່ານ ໃນ ວັນທີ 20 ກຸມພາ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ມີ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ພ້ອມດ້ວຍພະນັກງານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ກັ້ງ ເຕັມສົມບັດ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຜ່ານມະຕິຂອງ ຄະນະປະຈໍາສະພາແຫ່ງຊາດ ເລກທີ 27/ຄປຈ ລົງວັນທີ 7 ກຸມພາ 2019 ວ່າດ້ວຍ ການແຕ່ງຕັ້ງຮອງປະທານສານປະຊາຊົນພາກກາງ; ໃນນີ້, ໄດ້ແຕ່ງຕັ້ງ ທ່ານ ອິກ ເພັງສະໝຸດ ຜູ້ພິພາກສາ ຫົວໜ້າຄະນະສານອາຍາສານປະຊາຊົນພາກກາງ ເປັນຮອງປະທານສານປະຊາຊົນພາກກາງ.

ໃນພິທີ, ທ່ານ ທະນົງສັກ ຣາຊະພົນ ຮອງປະທານສານປະຊາຊົນພາກກາງ ໄດ້ລາຍງານການເຄື່ອນໄຫວໜ້າທີ່ວຽກງານ ໃນຊຸມປີ 2018 ໃຫ້ຮູ້ວ່າ:

ທ່ານ ທະນົງສັກ ຣາຊະພົນ ຮອງປະທານສານປະຊາຊົນພາກກາງ

ໃນປີຜ່ານມາ, ການແກ້ໄຂຄະດີຢູ່ ສານປະຊາຊົນພາກກາງ ໄດ້ປະຕິບັດຕາມໜ້າທີ່, ຕາມລະບຽບຫຼັກການຢ່າງເຂັ້ມງວດ, ໂປ່ງໃສ, ຍຸຕິທໍາ ແລະ ຖືກຕ້ອງຕາມຂັ້ນຕອນ ເຊັ່ນ:

ໄດ້ສຶກສາອົບຮົມຄູ່ຄວາມໃຫ້ຫັນໜ້າມາໄກ່ເກ່ຍ, ຕົກລົງກັນດ້ວຍເຫດ ແລະ ຜົນ, ອະທິບາຍຄໍາຕັດສິນ ຫຼື ຄໍາພິພາກສາ ແລະ ຄວາມຮັບຜິດຊອບທາງດ້ານກົດໝາຍ ເຮັດໃຫ້ຜູ້ຂໍອຸທອນ ຫຼື ຜູ້ຂໍລົບລ້າງ ເຂົ້າໃຈແຈ້ງກ່ຽວກັບບັນຫາຂອງຄະດີ ແລ້ວຖອນຄໍາຮ້ອງຂໍອຸທອນ ແລະ ຄໍາຮ້ອງຂໍລົບລ້າງເປັນຈໍານວນຫຼາຍ.

ໃຫ້ກຽດແຕ່ງຕັ້ງໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ

ໃນປີ 2018, ມີຄະດີຄ້າງມາ 98 ເລື່ອງ, ເຂົ້າໃໝ່ 486 ເລື່ອງ ລວມທັງໝົດ 584 ເລື່ອງ, ແກ້ໄຂແລ້ວ 481 ເລື່ອງ, ຍັງຄ້າງ 103 ເລື່ອງ ເທົ່າກັບ 82,36% ແລະ ໄດ້ພິພາກສາປັບໃໝຜູ້ກະທໍາຜິດ ເປັນຈໍານວນ 9.813.569.780 ກີບ ແລະ ຮິບວັດຖຸສິ່ງຂອງທີ່ໃຊ້ເຂົ້າໃນການກະທໍາຜິດ ເຂົ້າເປັນຂອງລັດ ຄື: ຮິບເງິນຈໍານວນ 311.513.970 ກີບ, 250.400 ບາດ, 38 ໂດລາສະຫະລັດ, ໂທລະສັບ 53 ເຄື່ອງ, ລົດຈັກ 7 ຄັນ, ລົດໃຫຍ່ 22 ຄັນ ແລະ ອາວຸດ 9 ກະບອກ ແລະ ພິພາກສາໃຫ້ໂຈດຈໍາເລີຍ ເສຍອາກອນໃຫ້ລັດໄດ້ 4.110.462.285 ກີບ, 3.196.105 ບາດ ແລະ 637.855 ໂດລາສະຫະລັດ.