ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລົງເຄື່ອນໄຫວຊຸກຍູ້ຊີ້ນຳວຽກງານ ຢູ່ ກອງບັນຊາການ ປກສ ແຂວງໄຊສົມບູນ

ໃນວັນທີ 18 ກຸມພາ 2019 ຜ່ານມາ, ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ລົງເຄື່ອນໄຫວຊຸກຍູ້ຊີ້ນຳວຽກງານ ຢູ່ ກອງບັນຊາການ ປກສ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ, ມີບັນດາຫົວໜ້າຫ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການລົງຊຸກຍູ້ຊີ້ນຳຄັ້ງນີ້, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳ ຄະນະກອງບັນຊາການ ວ່າ:

ຕ້ອງເນັ້ນໜັກໃນການກຳແໜ້ນສະພາບຂອງພະນັກງານ ຢ່າງເຂັ້ມງວດ, ມີຄວາມໜັກແໜ້ນທາງດ້ານແນວຄິດການຈັດຕັ້ງ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີຈັນຍາບັນ-ຈັນຍາທຳ, ສາມາດຈຳແນກໄດ້ມິດ-ສັດຕູ ຢ່າງຈະແຈ້ງ, ມີສະຕິສູງຕໍ່ ການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ເປັນແບບຢ່າງ ໃນການນຳໜ້າ-ນຳພາການປະຕິບັດ, ມີວິໄສທັດທີ່ກວ້າງຂວາງ ແລະ ຜູກມັດກັບບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອເຮັດໃຫ້ທົ່ວແຂວງມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ.

ໂດຍການຕ້ອນຮັບຂອງ ພັອ ພິມພາ ທິຖາວອນ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ, ມີບັນດາຫົວໜ້າຫ້ອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໂອກາດດຽວກັນ, ພັອ ພິມພາ ທິຖາວອນ ໄດ້ລາຍງານສະພາບການຂອງແຂວງ ໃນໜຶ່ງປີຜ່ານມາ ກ່ຽວກັບ ຈຸດພິເສດ, ທີ່ຕັ້ງຂອງແຂວງ, ສະພາບຂອງພະນັກງານ-ນັກຮົບ ແລະ ບາງສະພາບທີ່ພົ້ນເດັ່ນ ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງ.