ຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດ III ແລະ IV ປະຈຳປີ 2018 ແລະ ວາງທິດທາງແຜນການ ປະຈໍາໄຕມາດ I ປະຈຳສົກ 2019

ຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດ III ແລະ IV ປະຈຳປີ 2018 ແລະ ວາງທິດທາງແຜນການ ປະຈໍາໄຕມາດ I ປະຈຳສົກ 2019 ຂຶ້ນໃນວັນທີ 20 ກຸມພາ 2019, ໂດຍການເປັນປະທານຂອງ ພົຈວ ບົວພັນ ຍໍລະວົງສາ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີບັນດາຄະນະພັກຈາກ 4 ຫ້ອງ, 3 ກອງພັນ ພ້ອມດ້ວຍ ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ໄຊສີ ແກ້ວສະຫງ່າ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານບົດສະຫຼຸບການຊີ້ນໍາ-ນໍາພາຂອງ ຄະນະພັກ ໃນໄລຍະ 6 ເດືອນຜ່ານມາ ວ່າ:

ໂດຍການເປັນປະທານຂອງ ພົຈວ ບົວພັນ ຍໍລະວົງສາ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງ, ເຊື່ອມຊຶມ, ກຳແໜ້ນເນື້ອໃນຈິດໃຈພື້ນຖານ ບັນດາມະຕິກອງປະຊຸມໃຫຍ່ຕ່າງໆ ຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ອົງຄະນະພັກກະຊວງ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ V ຂອງ ອົງຄະນະພັກ ກອງບັນຊາການປ້ອງກັນທີ່ຕັ້ງ;

ຈັດຕັ້ງປະຕິບັດຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໂດຍຫັນເອົາ ມະຕິ ກອງປະຊຸມ ເປັນແຜນງານ, ເປັນໂຄງການແຜນວຽກລະອຽດແຕ່ລະໄລຍະ, ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ດ້ວຍຫຼາຍວິທີ, ຫຼາຍຮູບການ

ເປັນຕົ້ນແມ່ນ ການຈັດຕັ້ງເຊື່ອມຊຶມເອກະສານຕ່າງໆ ແລະ ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ເຊັ່ນ:

ປ້ອງກັນພື້ນຖານເສດຖະກິດ-ວັດທະນາທຳ-ສັງຄົມ, ສະຖານທູດ, ສຳນັກງານ-ອົງການຈັດຕັ້ງຂອງພັກ-ລັດ, ກອງປະຊຸມລະດັບຊາດ, ລະດັບສາກົນ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າຕ່າງໆ, ປ້ອງກັນວັນສຳຄັນຂອງພັກ-ຂອງຊາດ, ງານບຸນປະເພນີ, ງານວາງສະແດງສິນຄ້າ ໃຫ້ມີຄວາມປອດໄພ 100%.

ມີບັນດາຄະນະພັກຈາກ 4 ຫ້ອງ, 3 ກອງພັນ ພ້ອມດ້ວຍ ກອງຮ້ອຍເອກະລາດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ

ໃນໄຕມາດ I ປະຈຳປີ 2019, ຄະນະພັກ ຈະສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບ ດ້ວຍການນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບຂອງພັກ-ກົດໝາຍຂອງລັດ, ລະບຽບຂອງກຳລັງ ປກສ, ບັນດາມະຕິ, ຄຳສັ່ງ, ຄຳແນະນຳ ແລະ ເອກະສານອື່ນໆຂອງຂັ້ນເທິງ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມຢ່າງຕໍ່ເນື່ອງ ແລະ ທົ່ວເຖິງແນໃສ່ເຮັດໃຫ້ພະນັກງານນຳພາ-ບັນຊາຂັ້ນຕ່າງໆ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຈົງຮັກພັກດີຕໍ່ພັກຕໍ່ຊາດ.