ເປັນປະທານໂດຍ ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ

ກົມສື່ສານ ກະຊວງ ປກສ ໄດ້ຈັດ ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ໃນປີ 2019 ໃນວັນທີ 20 ກຸມພາ 2019 ເພື່ອເປັນການຕີລາຄາຄືນຜົນສໍາເລັດ ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນໄລຍະ 1 ປີ ຜ່ານມາ, ເປັນປະທານໂດຍ ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ, ມີຫົວໜ້າກົມໃຫຍ່, ຫ້ອງວ່າການ, ປກສ ແຂວງ-ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພັທ ແສງປະເສີດ ສຸທໍາມະວົງ ຮອງຫົວໜ້າກົມສື່ສານ ກ່າວວ່າ:

ພັທ ແສງປະເສີດ ສຸທໍາມະວົງ ຮອງຫົວໜ້າກົມສື່ສານ

ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ຕິດພັນກັບ ການປະຕິບັດວຽກງານວິຊາສະເພາະ ຢ່າງຕັ້ງໜ້າ ສະແດງອອກ ຄື:

ໄດ້ຕິດຕາມກວດກາເຕັກນິກການຕິດຕັ້ງ ສູນວິທະຍຸ ລະບົບປ້ອງກັນຕົວເມືອງຂອງ ໂຄງການສື່ສານທັນສະໄໝ ໃຫ້ ປກສ ແຂວງ, ເມືອງ ແລະ ດ່ານສາກົນ ຈໍານວນ 150 ຈຸດ ໃນທົ່ວປະເທດ ສຳເລັດ ໂດຍພື້ນຖານ;

ໄດ້ປະກອບເຄື່ອງວິທະຍຸສື່ສານ ໃຫ້ບັນດາ ປກສ ແຂວງ ໃນທົ່ວປະເທດ ຈໍານວນ 4.245 ເຄື່ອງ ແລະ ກົມກອງອ້ອມຂ້າງກະຊວງ ຈໍານວນ 820 ເຄື່ອງ;

ເຂົ້າໂປຼແກຼມເຄື່ອງອຸປະກອນສື່ສານ ເພື່ອຮັບໃຊ້ວຽກງານປ້ອງກັນ ໄດ້ 515 ເຄື່ອງ;

ໄດ້ຂຶ້ນແຜນງົບປະມານຊໍາລະຄ່າໂທລະສັບ-ອິນເຕີເນັດ ແລະ ສາຍສົ່ງແຫ່ງຊາດ ໃຫ້ ກົມກອງອ້ອມຂ້າງກະຊວງ ເປັນປົກກະຕິ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂໍຕິດຕັ້ງເບີສຸກເສີນ 1190-1191 ໃຫ້ບັນດາ ປກສ ແຂວງ ສໍາເລັດ 17 ແຂວງ, ພິມປຶ້ມໂທລະສັບໄດ້ 100 ຫົວ;

ໄດ້ສໍາເລັດ ການຂຽນໂປຼແກຼມຄຸ້ມຄອງເອກະສານ-ຄຸ້ມຄອງພະນັກງານ, ປັດຈຸບັນ ກຳລັງສືບຕໍ່ຂຽນໂປຼແກຼມຄຸ້ມຄອງອຸປະກອນການສື່ສານ ເພື່ອທົດລອງຮັບໃຊ້ພາຍໃນກົມ;

ມີຫົວໜ້າກົມໃຫຍ່, ຫ້ອງວ່າການ, ປກສ ແຂວງ-ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມກອງອ້ອມຂ້າງ ເຂົ້າຮ່ວມ

ອັບເດດຂ່າວຂຶ້ນໜ້າເວບໄຊກະຊວງ ໄດ້ 237 ຂ່າວ, ປະຈໍາການຂຶ້ນຜຽນຕິດຕໍ່ທັງໝົດໄດ້ 141.253 ຜຽນ, ຕິດຕໍ່ໄດ້ດີ 122.870 ຜຽນ, ຫ້ອງສາຍສູນກາງ ຂາດຜຽນຕິດຕໍ່ ບໍ່ມີ; ທ້ອງຖິ່ນຂາດຜຽນຕິດຕໍ່ 12.773 ຜຽນ, ຮັບໂທລະເລກ 12.747 ສະບັບ, ສົ່ງໂທລະເລກ 6.908 ສະບັບ;

ຫ້ອງສາຍ ປກສ ແຂວງ ຕິດຕໍ່ກັບ ປກສ ເມືອງ ແລະ ດ່ານ, ຜຽນຕິດຕໍ່ທັງໝົດ 428.875 ຜຽນ, ຮັບໂທລະເລກໄດ້ 51.709 ສະບັບ, ສົ່ງໂທລະເລກໄດ້ 33.271 ສະບັບ, ເປີດຕູ້ໄປສະນີ 12 ຄັ້ງ ມີເອກະສານ 372 ສະບັບ, ສົ່ງເອກະສານໄປສະນີ 9 ຄັ້ງ ມີເອກະສານ 163 ສະບັບ ແລະ ວຽກງານອື່ນໆ.

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ໃນປີ 2019 ຂອງ ກົມສື່ສານ

ທິດທາງແຜນການໃນຕໍ່ໜ້າ, ຈະສືບຕໍ່ຄົ້ນຄວ້າ ລະບົບເຕັກນິກ-ເຕັກໂນໂລຊີສື່ສານ ທີ່ກ້າວໜ້າ ເພື່ອມາຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຄວາມສະຫງົບ ຕາມເງື່ອນໄຂທີ່ເໝາະສົມ; ສືບຕໍ່ຕິດຕາມ ລະບົບສູນວິທະຍຸປ້ອງກັນຕົວເມືອງ ທີ່ໄດ້ຕິດຕັ້ງສໍາເລັດເຮັດວຽກງານໄດ້ປົກກະຕິ; ສືບຕໍ່ຈັດຕັ້ງປະຕິບັດງົບປະມານຕິດຕາມສ້ອມແປງປ່ຽນຖ່າຍຈັດຊື້ໃໝ່ ໃຫ້ຖືກຕ້ອງຕາມລະບຽບຫຼັກການ, ຖືກເປົ້າໝາຍ ແລະ ຮັບປະກັນດ້ານເຕັກນິກ; ສືບຕໍ່ຄຸ້ມຄອງລົງປັບປຸງບັນດາເຄື່ອງຈັກ, ອຸປະກອນເຕັກນິກສື່ສານ ຕາມແຜນການ ແນໃສ່ເຮັດໃຫ້ການນໍາໃຊ້ໄດ້ຍາວນານ ແລະ ສືບຕໍ່ຄົ້ນຄວ້າເຄື່ອງຈັກ, ອຸປະກອນສື່ສານທີ່ທັນສະໄໝ ເພື່ອຂຶ້ນແຜນຂໍງົບຈັດຊື້ ເຂົ້າມາຮັບໃຊ້ພາຍໃນກຳລັງປ້ອງກັນຄວາມສະຫງົບ.

ທິດທາງແຜນການໃນຕໍ່ໜ້າຂອງ ກົມສື່ສານ ແມ່ນຈະສືບຕໍ່ຄົ້ນຄວ້າ ລະບົບເຕັກນິກ-ເຕັກໂນໂລຊີສື່ສານ ທີ່ກ້າວໜ້າ ເພື່ອມາຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຄວາມສະຫງົບ ຕາມເງື່ອນໄຂທີ່ເໝາະສົມ