ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ສຳເລັດການເຂົ້າຮ່ວມ ກອງປະຊຸມສອງຝ່າຍ ຢູ່ ສສ ຫວຽດນາມ

0
1877

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ພົນເອກ ໂຕເລິມ ກຳມະການກົມການເມືອງ ສູນກາງພັກຄອມມູນິດ ຫວຽດນາມ ລັດຖະມົນຕີ ກະຊວງຕໍາຫຼວດ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ນໍາໂດຍ ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງ ພັກປະຊາຊົນ ປະຕິວັດລາວ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ສຳເລັດການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ແລ້ວເຂົ້າຮ່ວມ ກອງປະຊຸມສອງຝ່າຍ ປະຈໍາປີ 2019 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງຕໍາຫຼວດ ຫວຽດນາມ ໃນລະຫວ່າງ ວັນທີ 19-21 ກຸມພາ 2019.

ການເຊັນບົດບັນທຶກແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈໍາປີ 2019 ລະຫວ່າງ ສອງກະຊວງ

ກອງປະຊຸມວ່າດ້ວຍ ການຮ່ວມມືສອງຝ່າຍ ປະຈໍາປີ 2019 ຄັ້ງນີ້ ໄດ້ຈັດຂຶ້ນຢູ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງ ຜູ້ແທນທັງສອງຝ່າຍ ໄດ້ປຶກສາຫາລືການຮ່ວມມື ແລະ ການຖອດຖອນບົດຮຽນນຳກັນ ພ້ອມທັງໄດ້ເຊັນບົດບັນທຶກແຜນການຈັດຕັ້ງປະຕິບັດສັນຍາຮ່ວມມື ປະຈໍາປີ 2019 ລະຫວ່າງ ສອງກະຊວງ. ນອກນັ້ນ, ແລ້ວຍັງໄດ້ມີພິທີເຊັນສັນຍາຮ່ວມມື ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄະຫຼວງວຽງຈັນ ສປປ ລາວ ແລະ ກອງບັນຊາການຕໍາຫຼວດ ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ຕື່ມອີກ.

ໃນກອງປະຊຸມ ຍັງໄດ້ປະດັບຫຼຽນໄຊ-ຫຼຽນກາຂອງ ລັດຖະບານ ສປປ ລາວ ໃຫ້ກົມກອງລວມໝູ່, ນາຍ ແລະ ພົນຕໍາຫຼວດ ກະຊວງຕໍາຫຼວດ ຫວຽດນາມ, ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017; ຍ້ອງຍໍຜົນງານໃນການຄົ້ນຄວ້າຮຽບຮຽງໂຄງການນັກຮຽນ ກຳລັງ ປກສ ລາວ ຢູ່ໂຮງຮຽນ 12-75 ສສ ຫວຽດນາມ ແລະ ຜົນງານຄະນະນຳ ແລະ ພະນັກງານອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ຫວຽດນາມ ທີ່ສໍາເລັດໜ້າທີ່ປະຈໍາການ ຢູ່ ສປປ ລາວ.

ພົທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງ ພັກປະຊາຊົນ ປະຕິວັດລາວ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ – ສະຫາຍ ພົນເອກ ໂຕເລິມ ກຳມະການກົມການເມືອງ ສູນກາງພັກຄອມມູນິດ ຫວຽດນາມ ລັດຖະມົນຕີ ກະຊວງຕໍາຫຼວດ ສສ ຫວຽດນາມ ພ້ອມຄະນະ

ພາຍຫຼັງສຳເລັດກອງປະຊຸມ, ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ລາວ ໄດ້ເຂົ້າຢ້ຽມຂໍານັບ ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

ພົທ ວິໄລ ຫຼ້າຄໍາຟອງ ໄດ້ຕາງໜ້າຄະນະ ນຳເອົາຄວາມຢື້ຢາມຖາມຂ່າວ, ຄວາມແພງສາມັກຄີອັນສະໜິດສະໜົມ ຈາກການນຳພັກ-ລັດ ຂອງ ສປປ ລາວ ມາເຖິງ ທ່ານປະທານປະເທດ ພ້ອມດ້ວຍການນຳພັກ-ລັດ ແລະ ປະຊົນຊົນ ຫວຽດນາມ ແລະ ໄດ້ລາຍງານຈຸດປະສົງໃນການເດີນທາງເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ໃຫ້ທ່ານ ປະທານປະເທດ ສສ ຫວຽດນາມ ໄດ້ຮັບຊາບ.

ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ – ກະຊວງຕໍາຫຼວດ ຫວຽດນາມ

ຈາກນັ້ນ, ທ່ານປະທານປະເທດ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ທີ່ມາຢ້ຽມຢຽມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ຜົນງານການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ສອງກຳລັງສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ-ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງກວ້າງຂວາງ, ສຸມໃສ່ພັດທະນາສອງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັບປະກັນໃຫ້ສອງປະເທດ ລາວ-ຫວຽດນາມ ມີຄວາມສະຫງົບປອດໄພ, ປະຊາຊົນສອງຊາດ ໄປມາຫາສູ່ກັນ ຢ່າງສະດວກສະບາຍ, ສ້າງຄວາມເຂັ້ມແຂງ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ພາຍຫຼັງສຳເລັດການຢ້ຽມຢາມສັນທະວະໄມຕີ ຢູ່ ສສ ຫວຽດນາມ, ໃນຕອນເຊົ້າວັນທີ 21 ກຸມພາ ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ລາວ ໄດ້ເດີນທາງກັບ ນະຄອນຫຼວງວຽງຈັນ ດ້ວຍຄວາມສະຫວັດດີພາບ.