ພັທ ຄໍາເຜີຍ ຄໍາດີ ຮອງຫົວໜ້າ ປກ

ຄະນະບັນຊາຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງ ( ປກ ) ກະຊວງ ປກສ ຈະຍົກສູງຄຸນນະພາບການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ມີແບບແຜນທັນສະໄໝ, ສາມາດຮັບປະກັນການຕອບສະໜອງວຽກງານຕ່າງໆ ທີ່ຈໍາເປັນ ໃຫ້ບັນດາເຫຼົ່າວິຊາສະເພາະ ຢ່າງພຽງພໍ, ຄົບຊຸດ ແລະ ທັນສະໄໝ.

ພັທ ບຸນເຮືອງ ແສນພູລິບຸດ ຫົວໜ້າຫ້ອງພະລາທິການ ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການວຽກງານ ປະຈໍາປີ 2019 ທີ່ຈັດຂຶ້ນໃນວັນທີ 25 ກຸມພາ 2019, ເຂົ້າຮ່ວມໂດຍ ພັທ ຄໍາເຜີຍ ຄໍາດີ ຮອງຫົວໜ້າ ປກ ວ່າ:

ພັທ ບຸນເຮືອງ ແສນພູລິບຸດ ຫົວໜ້າຫ້ອງພະລາທິການ

ທິດທາງແຜນການປະຈໍາ ປີ 2019, ຄະນະບັນຊາ ຫ້ອງພາລາທິການ ຈະປັບປຸງ, ພັດທະນາວຽກງານພະລາທິການ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສູ້ຊົນຂໍງົບປະມານໃຫ້ມີຄວາມວ່ອງໄວ ເພື່ອຕອບສະໜອງພາຫະນະ, ວັດຖຸ, ອຸປະກອນ, ເຕັກນິກທີ່ຈໍາເປັນໃຫ້ບັນດາວິຊາສະເພາະພຽງພໍ, ຄົບຊຸດ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ເຊັ່ນ:

ວຽກງານຄົ້ນຄວ້າສັງລວມ, ວຽກງານຮັກສາສຸຂະພາບ, ວຽກງານການເງິນ, ວຽກງານອຸປະໂພກ-ບໍລິໂພກ, ວຽກງານກໍ່ສ້າງ ແລະ ຊັບສິນ, ວຽກງານຄຸ້ມຄອງພາຫະນະເຕັກນິກ-ຍຸດໂທ, ວຽກງານຈັດຕັ້ງມະຫາຊົນ, ວຽກງານນະໂຍບາຍ ແລະ ແກ້ໄຂຊີວິດການເປັນຢູ່.

ປີ 2018, ຄະນະບັນຊາ ຫ້ອງພະລາທິການ ໄດ້ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ເອົາໃຈໃສ່ເຮັດວຽກງານວິຊາສະເພາະ ຢ່າງມີຄວາມອົດທົນ, ເສຍສະຫຼະ, ວ່ອງໄວ ແລະ ສິ່ງສໍາຄັນໃຫ້ສໍາເລັດໜ້າທີ່ຕາມການມອບໝາຍ, ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານວິຊາສະເພາະທຸກຂົງເຂດວຽກງານ.

ພັທ ສົມໝາຍ ທຳມະວົງ

ສະແດງອອກໃນການເບີກຈ່າຍ ເງິນເດືອນ, ເງິນນະໂຍບາຍ, ເງິນອຸດໜູນ, ເງິນບໍລິຫານ ແລະ ເງິນວິຊາສະເພາະ, ຂຶ້ນແຜນຮັບເຄື່ອງອຸປະໂພກ-ບໍລິໂພກ, ສ້າງແຜນງົບປະມານເຄື່ອງນຸ່ງຮົ່ມຕາມລະດູການ, ເຄື່ອງຍາວນານ, ເຄື່ອງວິຊາສະເພາະ. ນອກນັ້ນ, ຍັງໄດ້ເຮັດວຽກງານນະໂຍບາຍຕໍ່ພະນັກງານ-ນັກຮົບ ເຊັ່ນ: ໄປຢ້ຽມຢາມຄົນເຈັບນອນໂຮງໝໍ, ຄອບຄົວເກີດລູກ ແລະ ສະເໜີເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ຮອດກໍານົດການເລື່ອນຊັ້ນ.

ຄະນະບັນຊາຫ້ອງພະລາທິການ ກອງບັນຊາການປ້ອງກັນສູນກາງ ( ປກ ) ກະຊວງ ປກສ

ຂ່າວຍັງໃຫ້ຮູ້ຕື່ມອີກ ວ່າ:

ໃນວັນທີ 21 ກຸມພາ 2019, ຫ້ອງການກອງບັນຊາການ ປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາ ປີ 2019, ເປັນປະທານໂດຍ ພັທ ສິນທະວອນ ສຸລິວົງສາ ຫົວໜ້າຫ້ອງການ, ມີ ພັທ ສົມໝາຍ ພົມມະຈັນ ຮອງຫົວໜ້າກອງບັນຊາການ ປ້ອງກັນສູນກາງ, ຄະນະຫ້ອງການ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ຄະນະບັນຊາ ຫ້ອງພາລາທິການ ຈະປັບປຸງ, ພັດທະນາວຽກງານພະລາທິການ ໃຫ້ມີຄວາມເຂັ້ມແຂງຮອບດ້ານ

ສ່ວນໃນປີ 2018, ພະນັກງານຫ້ອງການ ໄດ້ເປັນເຈົ້າການເສີມຂະຫຍາຍບົດບາດຄວາມຮັບຜິດຊອບ, ເຮັດໜ້າທີ່ວຽກງານຢ່າງຕັ້ງໜ້າ, ວຽກງານຄົ້ນຄວ້າສັງລວມ ເປັນເສນາທິການໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການ ໃນວຽກງານຢ່າງມີຜົນສໍາເລັດ ເປັນຕົ້ນແມ່ນ ການຂຽນບົດສະຫຼຸບປະຈໍາອາທິດ, ປະຈໍາເດືອນ, ປະຈໍາ 6 ເດືອນ, ປະຈໍາປີ, ປະສານພົວພັນວຽກງານການແລກປ່ຽນບົດຮຽນວຽກງານປ້ອງກັນສູນກາງ ກັບ ກໍາລັງຕໍາຫຼວດ ສສ ຫວຽດນາມ, ເກັບກໍາເອກະສານຂາເຂົ້າ-ຂາອອກ ແລະອື່ນໆ.