ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ

ທ່ານ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ກຸມພາ 2019 ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະນໍາຂັ້ນສູງ ພ້ອມທັງລົງນາມເຊັນສັນຍາເອກະສານສຳຄັນ 9 ສະບັບ ເພື່ອເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ກ້າວສູ່ຈຸດສູງອັນໃໝ່.

ທ່ານ ບຸນຍັງ ວໍລະຈິດ ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງທີ່ ທ່ານ ຫງວຽນ ຟູ ຈ້ອງ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ພາຍຫຼັງຖືກເລືອກຕັ້ງເປັນເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ

ໂດຍຖືເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ເຊິ່ງໃນກອງປະຊຸມ, ສອງຝ່າຍ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບແຜນນະໂຍບາຍ, ມາດຕະການ ເພື່ອສືບຕໍ່ເຮັດໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງກວ້າງ ແລະ ລວງເລິກ, ມີປະສິດທິຜົນ, ແທດເໝາະກັບຕົວຈິງໃນທຸກຂົງເຂດ ແລະ ປະກອບສ່ວນເຂົ້າໃນການປະຕິບັດແນວທາງ ການປ່ຽນແປງໃໝ່ຂອງແຕ່ລະພັກ ຢ່າງມີໄຊ.

ເຊິ່ງທັງສອງຝ່າຍ ເຫັນດີເປັນເອກະພາບກັນ ໃນການເພີ່ມທະວີ ແລະ ສືບຕໍ່ນໍາເອົາການພົວພັນທາງດ້ານການເມືອງ ກ້າວເຂົ້າສູ່ລວງເລິກ, ຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງສູນກາງພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ ແລະ ບັນດາທ້ອງຖິ່ນຂອງສອງປະເທດ;

ລົງເລິກການແລກປ່ຽນທາງດ້ານທິດສະດີ-ພຶດຕິກໍາ, ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງພັກ, ຖືສໍາຄັນການກໍ່ສ້າງ, ບໍາລຸງພະນັກງານການນໍາ, ຄຸ້ມຄອງແຕ່ລະຂັ້ນ; ກໍ່ສ້າງລະບົບການເມືອງໃຫ້ກະທັດຮັດ, ມີປະສິດທິພາບ, ປະສິດທິຜົນ;

ພັດທະນາເສດຖະກິດ-ສັງຄົມ, ຍູ້ແຮງການໂຄສະນາສຶກສາກ່ຽວກັບ ມູນເຊື້ອການພົວພັນພິເສດ ລາວ-ຫວຽດນາມ ໃຫ້ບັນດາຊັ້ນຄົນຕ່າງໆ, ໂດຍສະເພາະແມ່ນ ຄົນຮຸ່ນໜຸ່ມຂອງສອງປະເທດ;

ສອງຝ່າຍເປັນເອກະພາບຊຸກຍູ້ຢ່າງແຂງແຮງ, ຍົກສູງປະສິດທິຜົນຂອງການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ບົນພື້ນຖານການເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ.

ນອກນີ້, ຜູ້ແທນທັງສອງຝ່າຍ ເນັ້ນໜັກໃນການເພີ່ມທະວີການຮ່ວມມືທີ່ເປັນເສົາຫຼັກ ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອແນໃສ່ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບດ້ານສັງຄົມ ຢູ່ແຕ່ລະປະເທດ; ຈັດຕັ້ງປະຕິບັດບັນດາອານຸສັນຍາ ແລະ ແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢ່າງມີປະສິດທິຜົນ; ຜັນຂະຫຍາຍສັນຍາ ວ່າດ້ວຍ ກົດລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນ; ອານຸສັນຍາ ວ່າດ້ວຍ ເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ ຢ່າງມີປະສິດທິຜົນ; ສູ້ຊົນແກ້ໄຂບັນຫາການເຄື່ອນຍ້າຍພູມລໍາເນົາຕາມລໍາພັງໃຈ ແລະ ການແຕ່ງດອງບໍ່ຖືກຕ້ອງຕາມກົດໝາຍ ຢູ່ບໍລິເວນຊາຍແດນຂອງສອງປະເທດ ໃຫ້ສໍາເລັດໂດຍໄວ; ຕ້ານ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດ ປະເພດຕ່າງໆ, ການຄ້າຂາຍເຖື່ອນ ແລະ ຂົນສົ່ງສິ່ງເສບຕິດ.

ທ່ານ ບຸນຍັງ ວໍລະຈິດ (ຊ້າຍ) – ທ່ານ ຫງວຽນ ຟູ ຈ້ອງ (ຂວາ)

ພາຍຫຼັງການພົບປະສອງຝ່າຍ, ທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ຫງວຽນ ຟູ ຈ້ອງ ໄດ້ເປັນສັກຂີພະຍານ ໃນການລົງນາມບັນດາເອກະສານຮ່ວມມື ລະຫວ່າງ ສອງປະເທດ ຈຳນວນ 9 ສະບັບ ໃນນັ້ນມີ:

  • ສັນຍາ ວ່າດ້ວຍ ການຮ່ວມມືດ້ານການເງິນ;
  • ສັນຍາ ວ່າດ້ວຍ ການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່;
  • ບົດບັນທຶກການຮ່ວມມື ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸລັກຊີວະນາໆພັນ;
  • ບົດບັນທຶກມອບ-ຮັບຖານຂໍ້ມູນຂ່າວສານ ພູມສັນຖານຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ລາວ;
  • ບົດບັນທຶກການຮ່ວມມື ວ່າດ້ວຍ ຈັດຕັ້ງຜັນຂະຫຍາຍປ່ຽນຖ່າຍອຸປະກອນ ໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ;
  • ບົດບັນທຶກມອບ-ຮັບໂຄງການສ້າງສູນບໍລິການເຕັກນິກກະສິກຳ ແຂວງຫົວພັນ, ຂໍ້ຕົກລົງ ວ່າດ້ວຍ ການປະຕິບັດໂຄງການສ້ອມແປງ;
  • ຍົກລະດັບອະນຸສອນສະຖານ ປະທານ ໂຮຈິມິນ ຢູ່ບ້ານຊຽງຫວາງ, ເມືອງໜອງບົກ, ແຂວງຄຳມ່ວນ;
  • ບົດບັນທຶກການມອບ-ຮັບໂຄງການເພີ່ມທະວີຄວາມອາດສາມາດ ໃນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ແກ່ ສະພາວິທະຍາສາດແຫ່ງຊາດລາວ.
  • ສັນຍາ ວ່າດ້ວຍ ການຮ່ວມມືດ້ານການເງິນ;
  • ບົດບັນທຶກສັນຍາ ວ່າດ້ວຍ ການກໍ່ສ້າງ ແລະ ນຳໃຊ້ເສັ້ນທາງລົດໄຟ ຫວຸ້ງອ້າງ-ວຽງຈັນ;
  • ສັນຍາ ວ່າດ້ວຍ ການຮ່ວມມືດ້ານການພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່;
  • ບົດບັນທຶກ ແລະ ຂໍ້ຕົກລົງຈຳນວນໜຶ່ງກ່ຽວກັບ ການຮ່ວມມືລະຫວ່າງສອງປະເທດ.

ໂອກາດນີ້, ທ່ານ ຫງວຽນ ຟູ ຈ້ອງ ພ້ອມຄະນະ ໄດ້ພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ແລະ ກວດກາຄວາມຄືບໜ້າ ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ຫຼັງໃໝ່.

ໃນວັນທີ 25 ກຸມພາ 2019, ທ່ານ ຫງວຽນ ຟູ ຈ້ອງ ພ້ອມດ້ວຍຄະນະ ເດີນທາງໄປວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ; ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຫງວຽນ ຟູ ຈ້ອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ທັງເປັນ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ.