ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການກະກຽມການສ້າງຂະບວນການກິລາອ້ອມຂ້າງ ກົມໃຫຍ່ການເມືອງ

ໃນວັນທີ 26 ກຸມພາ 2019, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການກະກຽມການສ້າງຂະບວນການກິລາອ້ອມຂ້າງ ກົມໃຫຍ່ການເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ, ມີ ຄະນະກົມ, ກົມໜ້າກົມ, ກໍາມະບານ, ຊາວໜຸ່ມ-ແມ່ຍິງ ອ້ອມຂ້າງກົມ ເຂົ້າຮ່ວມ.

ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າຄະນະບັນນາທິການຂ່າວສານ ປກສ ຮອງຄະນະຮັບຜິດຊອບຊີ້ນໍາລວມກິລາ ໄດ້ຜ່ານ

  • ຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 639/ກມປສ ລົງວັນທີ 18 ກຸມພາ 2019 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບກິລາ
  • ຂໍ້ຕົກລົງ ສະບັບເລກທີ 718/ກມປສ ລົງວັນທີ 22 ກຸມພາ 2019 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຄູຝຶກກິລາແຕ່ລະປະເພດ

ເພື່ອເຮັດໃຫ້ການສ້າງຂະບວນການກິລາ ແລະ ການແຂ່ງຂັນກິລາແຕ່ລະປະເພດ ມີການເຄື່ອນໄຫວຖືກຕ້ອງຕາມລະບຽບຂອງການແຂ່ງຂັນ ແລະ ມີຜົນສໍາເລັດ.

ເຂົ້າຮ່ວມເປັນປະທານໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ

ໃນນັ້ນ, ປະກອບມີກິລາ 8 ປະເພດ ຄື: ກິລາບານເຕະອາວຸໂສ-ຊາວໜຸ່ມ, ກິລາບານສົ່ງຊາຍ-ຍິງ, ກິລາເປຕັງຊາຍ-ຍິງ, ກິລາກະຕໍ້ຊາຍ-ຍິງ, ກິລານຸ່ງເຄື່ອງແບບໄວ ແລະ ມ້າງປະກອບປືນ, ກິລາແລ່ນໄຖ່, ກິລາດຶງເຊືອກ ແລະ ກິລາຍິງປືນ.

ທັງນີ້, ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ; ພ້ອມກັນນັ້ນ, ກໍເພື່ອເປັນການຜູກແໜ້ນຄວາມສາມັກຄີລະຫວ່າງ ບັນດາກົມອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ ແລະ ປກສ ນະຄອນຫຼວງ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ມີຜົນສໍາເລັດຢ່າງຈົບງາມ.