ກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ທົ່ວປະເທດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດ ກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ ທົ່ວປະເທດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 26-27 ກຸມພາ 2019, ເປັນປະທານໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ, ຕາງໜ້າກົມກອງອ້ອມຂ້າງ ກະຊວງ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ເປັນປະທານໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່

ພັທ ຄໍາເວີນ ໄຊຍະຈັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກ່າວວ່າ:

1 ປີຜ່ານມາ, ຄະນະບັນຊາແຕ່ລະຂັ້ນ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ ໂດຍການຈັດຕັ້ງເຊື່ອມຊຶມມະຕິຄໍາສັ່ງ ແລະ ເຜີຍແຜ່ມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ຜ່ານການຈັດຕັ້ງປະຕິບັດ ເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີແນວຄິດຫຼັກໝັ້ນ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ;

ພ້ອມນີ້, ຍັງໄດ້ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ສຸມໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແມ່ນມີຄວາມຮັບປະກັນ ແລະ ມີຜົນສໍາເລັດ ໂດຍການຈັດຕັ້ງກໍາລັງອອກກວດກາລາຕະເວນຕະຫຼອດ 24  ຊົ່ວໂມງ.

ພັທ ຄໍາເວີນ ໄຊຍະຈັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່

ໃນນີ້, ສາມາດອອກກວດກາລາຕະເວນ ໄດ້ທັງໝົດ 1.159 ຄັ້ງ ແລະ ກັກຜູ້ກະທໍາຜິດ ໄດ້ 1.220 ຄົນ ຍິງ 61 ຄົນ, ຢຶດຂອງກາງຢາບ້າ ໄດ້ 215.157 ເມັດ, ເຮໂຣອິນ 207 ແທ່ງ ກັບ 6 ຖົງນ້ອຍ, ຜົງຂາວ 2 ຖົງນ້ອຍ, ຢາໄອສ໌ 751 ກິໂລກຼາມ, ລົດໃຫຍ່ 12 ຄັນ, ລົດຈັກ 903 ຄັນ, ປືນ 18 ກະບອກ, ລູກປືນ 125 ລູກ, ໝາກແຕກ 15 ໜ່ວຍ, ເງິນກີບ 2.901.000 ກີບ, ເງິນບາດ 4.000 ບາດ ແລະ ເຄື່ອງອື່ນໆອີກຫຼາຍລາຍການ;

ພ້ອມທັງໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລ້ວມອບໃຫ້ຜູ້ປົກຄອງ ມີ 525 ຄົນ ຍິງ 15 ຄົນ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີ 695 ຄົນ ຍິງ 46 ຄົນ.

ມີຄະນະພັກ-ຄະນະບັນຊາ, ຕາງໜ້າກົມກອງອ້ອມຂ້າງ ກະຊວງ, ປກສ ນະຄອນຫຼວງວຽງຈັນ, ປກສ ແຂວງ ໃນຂອບເຂດທົ່ວປະເທດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ

ຄຽງຄູ່ກັນນີ້, ຍັງໄດ້ປ້ອງກັນກອງປະຊຸມລະດັບຊາດ, ລະດັບສາກົນ ແລະ ງານສໍາຄັນຕ່າງໆຂອງພັກ-ຂອງຊາດ, ເຄື່ອນຍ້າຍວັດຖຸມີຄ່າ ໄດ້ 851 ຄັ້ງ, ປ້ອງກັນແຂກຕ່າງປະເທດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໄດ້ 256 ຄັ້ງ, ປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ 30 ຈຸດ, ພ້ອມທັງໄດ້ລົງຊ່ວຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ທີ່ແຂວງອັດຕະປື 412 ຄົນ.

ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ

ໃນຕໍ່ໜ້າ (2019), ຄະນະບັນຊາ ກອງບັນຊາການປ້ອງກັນເຄື່ອນທີ່ ຈະສືບຕໍ່ຊີ້ນໍາ-ນໍາພາ ກໍາລັງປ້ອງກັນເຄື່ອນທີ່ ສືບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ ໃນການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ສຸມໃສ່ວຽກງານປ້ອງກັນໂຄງການກໍ່ສ້າງລົດໄຟ ລາວ-ຈີນ, ງານມະຫະກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ, ປ້ອງກັນກອງປະຊຸມຂັ້ນຕ່າງໆ ພາຍໃນ ແລະ ຕ່າງປະເທດ, ປ້ອງກັນການນໍາພັກ-ລັດ, ບໍລິສັດຫ້າງຮ້ານ, ເຄື່ອນຍ້າຍວັດຖຸມີຄ່າ, ງານວາງສະແດງສິນຄ້າ ແລະ ງານບຸນປະເພນີ ໃຫ້ມີຄວາມສະຫງົບປອດໄພ.