ຮອງນາຍົກ ເຄື່ອນໄຫວເຮັດວຽກຢູ່ທີ່ ໂຄງການບໍ່ຄໍາ ຄໍາເກີດແສນອຸດົມ

0
1034

ວັນທີ 27 ກຸມພາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ຄະນະຮັບຜິດຊອບຄຸ້ມຄອງ ແລະ ບໍລິຫານ ໂຄງການບໍ່ຄຳ ຄຳເກີດແສນອຸດົມ ທີ່ສຳນັກງານໂຄງການດັ່ງກ່າວ, ໂດຍມີ ທ່ານປະທານກຸ່ມບໍລິສັດ ພອນສັກ ໃນນາມບໍລິສັດຜູ້ຮັບເໝົາສຳປະທານໂຄງການ ພ້ອມດ້ວຍຄະນະທີ່ປຶກສາໂຄງການ ແລະ ຜູ້ຕາງໜ້າບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

ທ່ານ ຄຳປຸ່ນ ໂງ່ນກະເສີມສຸກ ຮອງຜູ້ອຳນວຍການໃຫຍ່ ຝ່າຍເຕັກນິກຂອງໂຄງການ ໄດ້ລາຍງານສະພາບການພັດທະນາ ໂຄງການບໍ່ຄຳ ຄຳເກີດແສນອຸດົມ, ເຊິ່ງເຫັນວ່າ:

ໂຄງການດັ່ງກ່າວ ມີເນື້ອທີ່ສໍາປະທານ ທັງໝົດ 1.802 ກິໂລຕາແມັດ. ໃນນັ້ນ, ປະກອບມີ ເນື້ອທີ່ເຂດຊອກຄົ້ນ 1.340 ກິໂລຕາແມັດ, ເນື້ອທີ່ເຂດສໍາຫຼວດ 409 ກິໂລຕາແມັດ ແລະ ເນື້ອທີ່ຂຸດຄົ້ນ 53 ກິໂລຕາແມັດ, ມີໄລຍະເວລາສຳປະທານໃໝ່ ແຕ່ປີ 2018-2025.

ໂຄງການບໍ່ຄໍາ ຄໍາເກີດແສນອຸດົມ

ສໍາລັບການປະກອບພັນທະໃຫ້ແກ່ ລັດຖະບານ ປະຈຳປີ 2018 ແມ່ນ ໄດ້ຊໍາລະແລ້ວເກືອບ 6 ແສນໂດລາ, ຍັງຄ້າງຊຳລະ 2 ແສນກວ່າໂດລາ, ເຊິ່ງຈໍານວນທີ່ຍັງຄ້າງຊໍາລະນັ້ນ ປັດຈຸບັນ ທາງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍາລັງດໍາເນີນການຢູ່.

ສ່ວນແຮງງານຂອງໂຄງການ ມີທັງໝົດ 1.400 ກວ່າຄົນ ໂດຍແມ່ນ ແຮງງານລາວ ກວມ 85 ກວ່າສ່ວນຮ້ອຍ. ນອກຈາກນັ້ນ, ຄາດໝາຍການຂຸດຄົ້ນແຮ່ປ້ອນໂຮງງານ ໃນປີ 2019 ແມ່ນປະມານ 30 ພັນໂຕນ/ມື້ ແລະ ນັບແຕ່ປີ 2020 ເປັນຕົ້ນໄປ ແມ່ນປະມານ 50 ພັນໂຕນ/ມື້.

ໃນໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນ ແລະ ມີຄຳຖາມເຈາະຈິ້ມຕໍ່ບາງບັນຫາ ເປັນຕົ້ນການປະກອບພັນທະຕ່າງໆ, ການສຶກສາຄົ້ນຄວ້າດ້ານສິ່ງແວດລ້ອມ ແລະ ສັງຄົມ, ການພັດທະນາພື້ນທີ່ໃນກິດຈະການຕ່າງໆຂອງໂຄງການ, ດ້ານການຈັດຕັ້ງ ແລະ ດ້ານແຮງງານຂອງໂຄງການ, ຄວາມຮັບຜິດຊອບແຕ່ລະວຽກງານຂອງ ຂະແໜງການສູນກາງ, ທ້ອງຖິ່ນ ແລະອື່ນໆ.

ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນກ່າວຍ້ອງຍໍຊົມເຊີຍຕໍ່ຄວາມສາມາດ ແລະ ຜົນສຳເລັດທີ່ທາງໂຄງການ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການນຳໃຊ້ກົນຈັກ, ເຄື່ອງມື ແລະ ເຕັກນິກທີ່ທັນສະໄໝ, ຄວາມຄືບໜ້າ ໃນການປະຕິບັດໂຄງການ ແລະອື່ນໆ.

ອັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຄື:

ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ ພາກສ່ວນທີ່ກ່ຽວຂ້ອງ ໃນຫຼາຍດ້ານ ເພື່ອນຳໄປພັດທະນາ ປັບປຸງ ແລະ ແກ້ໄຂຕື່ມ
  • ຮີບຮ້ອນດຳເນີນການແກ້ໄຂບັນຫາທີ່ຍັງຄົງຄ້າງ ເປັນຕົ້ນ ການລົງເລິກລາຍລະອຽດຂອງສັນຍາຍ່ອຍ ແລະ ການກວດກາຢັ້ງຢືນຄຸນນະພາບ ແຕ່ລະດ້ານ;
  • ການປະຕິບັດພັນທະຕ່າງໆ, ການແກ້ໄຂຄຳສະເໜີຂອງ ປະຊາຊົນທ້ອງຖິ່ນ, ການຊົດເຊີຍຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະອື່ນໆ;
  • ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມປອດໄພຕໍ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ;
  • ເອົາໃຈໃສ່ປະຕິບັດວຽກງານໃຫ້ເປັນໄປຕາມສັນຍາ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;
  • ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມ ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວຢ່າງແທ້ຈິງ;
  • ສ້າງໃຫ້ກາຍເປັນໂຄງການຕົວແບບ ໃນການພັດທະນາຂອງ ຂະແໜງບໍ່ແຮ່ ໃນອະນາຄົດ;
  • ບັນດາຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ໂຄງການ ຕ້ອງປະສານສົມທົບກັນ ດຳເນີນວຽກງານດ້ານຕ່າງໆທີ່ກ່ຽວຂ້ອງກັບ ໂຄງການບໍ່ຄຳ ຄຳເກີດແສນອຸດົມ ໃຫ້ມີຄວາມເປັນເອກະພາບ, ຈະແຈ້ງ ແລະ ຮັບປະກັນໄດ້ຜົນປະໂຫຍດສູງສຸດ ຕໍ່ປະເທດຊາດ, ປະຊາຊົນ ແລະ ຜູ້ພັດທະນາໂຄງການ.

ໃນໂອກາດເຄື່ອນໄຫວເຮັດວຽກໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມໂຮງງານຄັດແຍກ, ປຸງແຕ່ງ ແລະ ຜະລິດແຮ່ຄຳ ຂອງໂຄງການດັ່ງກ່າວ ຕື່ມອີກ.