ເຂົ້າຮ່ວມໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ພັອ ນາງ ວັດສະລີ ສິດທິລືໄຊ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ

ໃນຕໍ່ໜ້າ, ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນສູນກາງ ( ປກ ) ກະຊວງ ປກສ ຈະສືບຕໍ່ສ້າງ ແມ່ຍິງ 3 ດີ ໃຫ້ໄດ້ 90% ຂຶ້ນໄປ; ໃນນີ້, ຈະໄດ້ຖືເອົາການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກເອື້ອຍ-ນ້ອງແມ່ຍິງ ກໍາແໜ້ນແນວທາງ, ກົດໝາຍ-ລະບຽບຂອງ ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະເພາະແມ່ນ ເອກະສານຂໍ້ແຂ່ງຂັນ 3 ດີ, ກົດລະບຽບສະຫະພັນແມ່ຍິງລາວ ເພື່ອເຮັດໃຫ້ເອື້ອຍ-ນ້ອງແມ່ຍິງ ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນເຂັ້ມງວດ ແລະ ມີທັດສະນະມະຫາຊົນ ພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບໝາຍ.

ມີ ຄະນະພັກ-ຄະນະກອງບັນຊາການ, ຊາວໜຸ່ມ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ກອງບັນຊາການປ້ອງກັນສູນກາງ ຄັ້ງທີ VIII ໃນວັນທີ 28 ກຸມພາ 2019, ເຂົ້າຮ່ວມໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ພັອ ນາງ ວັດສະລີ ສິດທິລືໄຊ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ, ມີ ຄະນະພັກ-ຄະນະກອງບັນຊາການ, ຊາວໜຸ່ມ ແລະ ສະມາຊິກແມ່ຍິງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ກອງບັນຊາການປ້ອງກັນສູນກາງ ຄັ້ງທີ VIII ໃນວັນທີ 28 ກຸມພາ 2019

ພັທ ນາງ ບຸນຊູ ພູມສະຫວັນ ປະທານສະຫະພັນແມ່ຍິງ ປກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານ 5 ປີ ແລະ ທິດທາງແຜນການໃນຕໍ່ໜ້າ ໃຫ້ຮູ້ວ່າ:

ການປ່ອນບັດເລືອກຕັ້ງເອົາ ສະຫະພັນແມ່ຍິງ ຊຸດໃໝ່

5 ປີຕໍ່ໜ້າ, ສະຫະພັນແມ່ຍິງ ກອງບັນຊາການປ້ອງກັນສູນກາງ ຈະສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ມາດຖານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງໃຫ້ໄດ້ ແມ່ຍິງ 3 ດີ, ໜ່ວຍແມ່ຍິງ 3 ດີ ໃຫ້ໄດ້ 90% ຂຶ້ນໄປ ແລະ ສ້າງຕົວແບບດ້ານຕ່າງໆໃຫ້ຫຼາຍຂຶ້ນ

ໂດຍການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກເອື້ອຍ-ນ້ອງແມ່ຍິງ ຮັບຮູ້ເຊື່ອມຊຶມ, ກໍາແໜ້ນແນວທາງ, ກົດໝາຍ-ລະບຽບຂອງ ກໍາລັງປ້ອງກັນຄວາມສະຫງົບ ເວົ້າລວມ,

ເວົ້າສະເພາະແມ່ນ ເອກະສານຂໍ້ແຂ່ງຂັນ 3 ດີ ກໍຄື ການຊຸກຍູ້ຂະບວນການແຂ່ງຂັນ 3 ດີ ໃຫ້ເປັນຂະບວນຟົດຟື້ນ, ນໍາເອົາເນື້ອໃນຂໍ້ແຂ່ງຂັນດັ່ງກ່າວ ໄປຈັດຕັ້ງປະຕິບັດ ຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາຂອງກົມກອງ, ສ້າງກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບປະກັນທາງດ້ານວຽກງານວິຊາສະເພາະ.

ມີຜູ້ສະໝັກ 9 ສະຫາຍ ໂດຍເລືອກເອົາພຽງແຕ່ 7 ສະຫາຍ

ສຳລັບ 5 ປີຜ່ານມາ, ສະຫະພັນແມ່ຍິງ ປກ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຄື:

ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ຕິດພັນກັບ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ປະຕິບັດວຽກງານວິຊາສະເພາະປິ່ນອ້ອມ 1 ໂຄງການ 5 ກິດຈະກໍາຂອງ ກອງບັນຊາການປ້ອງກັນສູນກາງ;

ເຫັນດີເປັນເອກະພາບເລືອກເອົາ ພັທ ນາງ ພອນແກ້ວ ວົງສາຍຄໍາ ເປັນປະທານ, ພັຕ ນາງ ວົງເດືອນ ບຸນທະວົງຄໍາ ເປັນຮອງ, ຮອ ນາງ ຄໍາມອນ ຫຼວງຄໍາ ເປັນປະທານກວດກາ ແລະ ອີກ 4 ທ່ານ ເປັນຄະນະ

ພ້ອມທັງໄດ້ສະຫຼຸບຕີລາຄາຄືນ, ຈັດແບ່ງປະເພດ ແລະ ສາມາດຄັດເລືອກ ແມ່ຍິງ 3 ດີ ປະເພດ I ໄດ້ 109 ສະຫາຍ ເທົ່າກັບ 91,59%, 3 ດີ ປະເພດ II ໄດ້ 2 ສະຫາຍ, 3 ດີ ປະເພດ III ມີ 6 ສະຫາຍ ແລະ ມີໜ່ວຍແມ່ຍິງ 3 ດີ ໄດ້ 6 ໜ່ວຍ.

ສະຫະພັນແມ່ຍິງ ປກ

ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາ ສະຫະພັນແມ່ຍິງ ຊຸດໃໝ່ ເຊິ່ງມີຜູ້ສະໝັກ 9 ສະຫາຍ, ເລືອກເອົາ 7 ສະຫາຍ ແລະ ເຫັນດີເປັນເອກະພາບເລືອກເອົາ ພັທ ນາງ ພອນແກ້ວ ວົງສາຍຄໍາ ເປັນປະທານ, ພັຕ ນາງ ວົງເດືອນ ບຸນທະວົງຄໍາ ເປັນຮອງ, ຮອ ນາງ ຄໍາມອນ ຫຼວງຄໍາ ເປັນປະທານກວດກາ ແລະ ອີກ 4 ທ່ານ ເປັນຄະນະ.