ນາຍົກ ເນັ້ນ ສາທາ ປັບປຸງອຸປະກອນການແພດ – ການບໍລິການ ໃຫ້ມີຄຸນນະພາບ

0
1605

ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ກະຊວງສາທາລະນະສຸກ ເອົາໃຈໃສ່ສືບຕໍ່ປັບປຸງພື້ນຖານໂຄງຮ່າງອຸປະກອນການແພດ ແລະ ການບໍລິການຂອງໂຮງໝໍ ທັງສູນກາງ-ແຂວງ ແລະ ສຸກສາລາ ໃຫ້ມີຄຸນນະພາບ ແລະ ທັນສະໄໝຂຶ້ນກວ່າເກົ່າ ໂດຍຕິດພັນກັບ ການເອົາໃຈໃສ່ສືບຕໍ່ແກ້ໄຂ 10 ຕົວຊີ້ວັດ ທີ່ຍັງຄ້າງໃຫ້ບັນລຸຄາດໝາຍ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນັ້ນໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ທົ່ວປະເທດ ປະຈໍາປີ 2018 ໃນວັນທີ 28 ກຸມພາ 2019 ວ່າ:

ໃຫ້ ຄະນະພັກກະຊວງສາທາ ຕ້ອງສືບຕໍ່ແກ້ໄຂບັນດາຕົວຊີ້ວັດທີ່ຍັງຄ້າງ ໃຫ້ສໍາເລັດ ໂດຍສຸມໃສ່ການປັບປຸງພື້ນຖານໂຄງຮ່າງ, ອຸປະກອນການແພດ-ການບໍລິການ ໃຫ້ມີຄຸນນະພາບ; ເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມພະຍາດທີ່ຮ້າຍແຮງ ເຊັ່ນ: ໄຂ້ຍຸງລາຍ, ຖອກທ້ອງ ແລະ ອັກເສບລະບົບຫາຍໃຈຮ້າຍແຮງ ແລະ ພະຍາດຕິດຕໍ່ອື່ນໆ.

ພ້ອມດຽວກັນນັ້ນ, ກໍຕ້ອງຂະຫຍາຍຕາໜ່າງການບໍລິການສາທາລະນະສຸກ ລົງຮອດທ້ອງຖິ່ນຮາກຖານຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໂດຍປະຕິບັດນະໂຍບາຍ 5 ດີ ( ສະດວກດີ, ຮັບຕ້ອນດີ, ສະອາດດີ, ບົ່ງມະຕິດີ, ປິ່ນປົວດີ ) ແລະ 1 ພໍໃຈ ( ຜູ້ມາຮັບບໍລິການພໍໃຈ ) ຢ່າງມີປະສິດທິຜົນ ເຮັດໃຫ້ສາມາດແກ້ໄຂບັນຫາຫາງສຽງສັງຄົມຫຼຸດລົງ;

ເອົາໃຈໃສ່ຈັດຕັງປະຕິບັດແຜນຍຸດທະສາດແມ່ ແລະ ເດັກແບບເຊື່ອມສານ ແລະ ປະຕິບັດນະໂຍບາຍເກີດລູກປິ່ນປົວເດັກນ້ອຍລຸ່ມ 5 ປີ ບໍ່ເສຍຄ່າ ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກນ້ອຍລຸ່ມ 1 ປີ ຫຼຸດລົງ;

ອັດຕາການນໍາໃຊ້ນໍ້າສະອາດເພີ່ມຂຶ້ນ 83,9% ແລະ ວິດຖ່າຍເພີ່ມຂຶ້ນ 73% ອັດຕາການຂາດສານອາຫານຊໍາເຮື້ອຫຼຸດລົງຍັງເຫຼືອ 33% ສະຫຼຸບແລ້ວ 10 ຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ ກໍໄດ້ຮັບການເອົາໃຈໃສ່ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ຫຼາຍຄາດໝາຍ ກໍໄດ້ບັນລຸນີ້ເປັນພຽງສ່ວນໜຶ່ງຂອງຜົນງານທີ່ຍາດມາໄດ້ ເຊິ່ງພັກ ແລະ ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສໍາເລັດດັ່ງກ່າວ ແຕ່ຍັງມີຫຼາຍບັນຫາທ້າທາຍທີ່ຕ້ອງໄດ້ພ້ອມກັນແກ້ໄຂ ເປັນຕົ້ນອັດຕາການຕາຍຂອງແມ່ ແລະ ເດັກນ້ອຍຫຼຸດລົງຫຼາຍ ຖ້າທຽບໃສ່ 10 ປີຜ່ານມາ.

ຄຽງຄູ່ກັນນັ້ນ, ກໍຕ້ອງເອົາໃຈໃສ່ຕື່ມບັນຫາສຸຂະພາບ, ສຸຂະພາບເຂັ້ມແຂງ ແມ່ນຄວາມຕ້ອງການທີ່ທຸກຄົນປາດຖະໜາຢາກໄດ້ ຢາກມີເໜືອສິ່ງອື່ນ; ສໍາລັບການຂະຫຍາຍຕາໜ່າງຂອງ ຂະແໜງສາທາລະນະສຸກ ແມ່ນໃຫ້ເອົາມາດຕະການປ້ອງກັນໄປກ່ອນ ແລະ ເອົາການປິ່ນປົວຮັກສາໄປນໍາ ຖືເປັນການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານແພດໝໍ ເພື່ອເປັນການສ້າງຄົນສ້າງນາຍແພດ, ສ້າງພະຍາບານໃຫ້ດີຂຶ້ນນີ້ ແມ່ນຄວາມຈໍາເປັນຢາກປ້ອງກັນໄດ້ອີກອັນໜຶ່ງ ຕ້ອງອົບຮົມຄວາມຮູ້ໃຫ້ແກ່ປະຊາຊົນໃຫ້ເຂົ້າໃຈເລື່ອງສຸຂະພາບໃຫ້ເລິກເຊິ່ງກວ້າງຂວາງ.

ນອກຈາກນັ້ນ, ຕ້ອງຍາດແຍ່ງເອົາຄວາມຮູ້ ແລະ ບົດຮຽນເອົາການຊ່ວຍເຫຼືອຈາກຕ່າງປະເທດ ໃຫ້ຫຼາຍຢາກໃຫ້ມີການກວດກາຄືນ 5 ດີ ປະຕິບັດໄດ້ຈັກຂໍ້ແລ້ວຈະປັບປຸງ ສຸກສາລາໂຮງໝໍເມືອງ-ແຂວງ ເພື່ອເຮັດໜ້າທີ່ບໍລິການປິ່ນປົວໃຫ້ດີຂຶ້ນ ສ້າງຈັນຍາບັນ-ຈັນຍາທໍາ ໃຫ້ພະນັກງານແພດໝໍ ໃຫ້ດີຂຶ້ນ ແລະ ເປັນທີ່ຍອມຮັບຂອງປະຊາຊົນ.