ກະຊວງພາຍໃນ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ສິງທະວອນ ດາລາວົງ ຫົວໜ້າຫ້ອງການ ກະຊວງພາຍໃນ ພ້ອມຄະນະ ແລະ ມະຫາວິທະຍາໄລຫົວຈົງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປ ຈີນ ນໍາໂດຍ ທ່ານ Xu Xiaodong ຮອງອະທິການບໍດີ ຫົວໜ້າຄະນະຜູ້ແທນຂັ້ນສູງ ສປ ຈີນ ພ້ອມຄະນະ

ກະຊວງພາຍໃນ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ສິງທະວອນ ດາລາວົງ ຫົວໜ້າຫ້ອງການ ກະຊວງພາຍໃນ ພ້ອມຄະນະ ແລະ ມະຫາວິທະຍາໄລຫົວຈົງ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປ ຈີນ ນໍາໂດຍ ທ່ານ Xu Xiaodong ຮອງອະທິການບໍດີ ຫົວໜ້າຄະນະຜູ້ແທນຂັ້ນສູງ ສປ ຈີນ ພ້ອມຄະນະ ໄດ້ຮ່ວມກັນຈັດ ກອງປະຊຸມສໍາມະນາ ໃນຫົວຂໍ້: ການຄຸ້ມຄອງ ແລະ ການພັດທະນາ ລັດຖະກອນ ໃນໄລຍະໃໝ່ ໃນວັນທີ 4 ມີນາ 2019 ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ໃນການສໍາມະນາ ວິທະຍາສາດດ້ານການຄຸ້ມຄອງ ແລະ ພັດທະນາ ພະນັກງານ-ລັດຖະກອນ ໃນໄລຍະໃໝ່.

ທ່ານ ສິງທະວອນ ດາລາວົງ ກ່າວວ່າ:

ຈຸດປະສົງໃນການສໍາມະນາຄັ້ງນີ້, ເປັນການແລກປ່ຽນບົດຮຽນ ແລະ ປະສົບການ ໃນການສໍາມະນາວິທະຍາສາດດ້ານການຄຸ້ມຄອງ ແລະ ພັດທະນາ ພະນັກງານ-ລັດຖະກອນ ໃນໄລຍະໃໝ່ ເພື່ອໃຫ້ນັກຄົ້ນຄວ້າ ແລະ ພາກສ່ວນທີ່ຮັບຜິດຊອບວຽກງານດັ່ງກ່າວ ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຈະແຈ້ງຕື່ມກ່ຽວກັບ ສະພາບການໃນປັດຈຸບັນ

ອັນໃດທີ່ເຮັດໄດ້ດີແລ້ວ ກໍຕ້ອງມີການເສີມຂະຫຍາຍ ແລະ ອັນໃດທີ່ເຮັດຍັງບໍ່ໄດ້ ຍັງເປັນຂໍ້ຄົງຄ້າງ ອັນໃດທີ່ເປັນສິ່ງທ້າທາຍ ເພື່ອພ້ອມກັນຫາວິທີປັບປຸງບແກ້ໄຂໃຫ້ຖືກຕ້ອງກັບສະພາບຕົວຈິງຂອງຕົນ ໂດຍໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງ ລັດຖະບານ.

ສໍາລັບ ສປປ ລາວ, ວຽກງານຄຸ້ມຄອງ ແລະ ພັດທະນາ ລັດຖະກອນ ໃນໄລຍະໃໝ່ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຈໍາເປັນ ແລະ ທ້າທາຍຫຼາຍ ເນື່ອງຈາກວ່າ ລັດຖະກອນແມ່ນກຳລັງສືບຕໍ່ປະຕິບັດຕາມແນວທາງປ່ຽນແປງໃໝ່ຂອງພັກ ເຊິ່ງເປັນໄລຍະທ້າຍສະໄໝມະຕິ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຜນຄັ້ງທີ 8 ໂດຍສະເພາະ ແມ່ນການປັບປຸງກົງຈັກການຈັດຕັ້ງກະທັດຮັດ ສົມເຫດສົມຜົນ ຍົກສູງປະຕິບັດວຽກງານຂອງລັດຖະກອນ ໃຫ້ມີຄຸນນະພາບ ແລະ ເພີ່ມທະວີຮັດແໜ້ນຄວາມສາມັກຄີບັນດາເຜົ່າໃຫ້ສອດຄ່ອງກັບ ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

ການສໍາມະນາຄັ້ງນີ້ ຈະໄດ້ນໍາສະເໜີແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກຳ ໂດຍນັກຄົ້ນຄວ້າຄູ-ອາຈານຈາກ ກະຊວງພາຍໃນ ແລະ ມະຫາວິທະຍາໄລ ດັ່ງກ່າວ ປະກອບມີ 3 ບົດຄື:

ການຄຸ້ມຄອງ ແລະ ການພັດທະນາ ລັດຖະກອນ ໃນໄລຍະໃໝ່ຂອງ ສປປ ລາວ, ຜົນການຄົ້ນຄວ້າກໍລະນີສຶກສາການຄຸ້ມຄອງພະນັກງານ ຢູ່ໂຮງໝໍພາກລັດ ໃນ ສປ ຈີນ ແລະ ການສະເໜີກ່ຽວກັບ ມະຫາວິທະຍາໄລ ດັ່ງກ່າວ; ພ້ອມນີ້, ກໍເປັນການເສີມຂະຫຍາຍການຮ່ວມມື ໃນຂົງເຂດການປົກຄອງທີ່ສອງພາກສ່ວນ ມີຄວາມພະຍາຍາມລິເລີ່ມການຮ່ວມມືນໍາກັນ.

ການສໍາມະນາຈະດໍາເນີນໄປເປັນເວລາເຄິ່ງວັນ; ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ນັກຄົ້ນຄວ້າ ລາວ-ຈີນ ແລະ ຜູ້ເຂົ້າຮ່ວມພ້ອມກັນລົງເລິກແລກປ່ຽນ ໂດຍສົມທຽບໃຫ້ເຫັນທາງດ້ານທິດສະດີ ແລະ ພຶດຕິກຳ ໂດຍຍົກໃຫ້ເຫັນຈຸດດີ, ຈຸດຄົງຄ້າງ ແລະ ແນະນໍາວິທິປັບປຸງແກ້ໄຂທາງວິຊາການ.