ລມຕ ປກສ ເດີນທາງເຂົ້າຮ່ວມ ກອງປະຊຸມສອງຝ່າຍ ຢູ່ ຣາຊະອານາຈັກ ກໍາປູເຈຍ

0
1339
ທ່ານ Kiet satharady ອຸປະນຸທູດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ (ຊ້າຍ) – ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ (ຂວາ)

ໃນວັນທີ 4 ມີນາ 2019 ທີ່ ສະໜາມບິນສາກົນວັດໄຕ, ທ່ານ Kiet satharady ອຸປະນຸທູດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ພ້ອມຄະນະ ແລະ ພົຕ ປອ ສົງຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີສົ່ງ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມຄະນະ ເພື່ອເດີນທາງເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີ ວ່າດ້ວຍ ການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງປ້ອງກັນປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ທີ່ ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ ໃນລະຫວ່າງວັນທີ 4-5 ມີນາ 2019.

ການເດີນທາງເຂົ້າຮ່ວມກອງປະຊຸມຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ກໍເພື່ອເປັນຂີດໝາຍສໍາຄັນຂອງ ການພົວພັນປະສານງານ ລະຫວ່າງ ສປປ ລາວ ແລະ ຣາຊະອານາ ຈັກກໍາປູເຈຍ ທາງດ້ານວຽກງານປ້ອງກັນຄວາມສະຫງົບຂອງສອງປະເທດ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນດ້ານຕ່າງໆ ໃຫ້ມີຄວາມສະດວກ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ.