ພັອ ຈູມມະນີ ວົງມະນີ ຄະນະປະຈຳພັກ ຮອງຫົວໜ້າກົມໃຫຍ່ສັນຕິບານ

ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຕັ້ງເຊື່ອມຊຶມບັນດາເອກະສານມະຕິ, ຄໍາສັ່ງກ່ຽວກັບ ວຽກງານພັກ-ພະນັກງານ ໃນກຳລັງປ້ອງກັນຄວາມສະຫງົບ ໃນວັນທີ 7 ມີນາ 2019 ເພື່ອໃຫ້ບັນດາຄະນະພັກ-ຄະນະບັນຊາ, ຫ້ອງການ, ພະແນກ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວກົມໃຫຍ່ສັນຕິບານ ໄດ້ຮັບຮູ້ເນື້ອໃນແຕ່ລະເອກະສານ ແລ້ວນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ພັອ ຈູມມະນີ ວົງມະນີ ຄະນະປະຈຳພັກ ຮອງຫົວໜ້າກົມໃຫຍ່ສັນຕິບານ ໃຫ້ກຽດເຜີຍແຜ່ເອກະສານທີ່ນຳມາຈັດຕັ້ງເຊື່ອມຊຶມ ໃນຄັ້ງນີ້ ມີ:

ຄໍາສັ່ງຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 02 /ຄພ ປກສ ລົງວັນທີ 2 ພະຈິກ 2018 ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ພັກແຕ່ລະຂັ້ນ,

ຄຳສັ່ງແນະນຳຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 03/ຄພ ປກສ ລົງວັນທີ 12 ພະຈິກ 2018 ວ່າດ້ວຍ ການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ-ໜັກແໜ້ນ ປີ 2019,

ມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 38/ຄພປກສ ວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ບັນຊາ ໃນກໍາລັງ ປກສ,

ມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 39/ຄພ ປກສ ລົງວັນທີ 2 ພະຈິກ 2018 ວ່າດ້ວຍ ການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງ ປກສ,

ມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 40/ ຄພປກສ ວ່າດ້ວຍ ການແບ່ງຂັ້ນຄຸ້ມຄອງພະນັກງານ ຢູ່ໃນກໍາລັງ ປກສ.

ນອກນັ້ນ, ຍັງມີເອກະສານຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປກສ ເລກທີ 3792/ກມປສ ລົງວັນທີ 28 ພະຈິກ 2018 ກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ການກະກຽມດໍາເນີນກອງປະຊຸມໃຫຍ່ພັກແຕ່ລະຂັ້ນ, ຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປກສ ເລກທີ 3791/ກມປສ ລົງວັນທີ 28 ພະຈິກ 2018 ກ່ຽວກັບ ການຈັດຕັ້ງປະຕິບັດຄໍາສັ່ງແນະນໍາຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ-ໜັກແໜ້ນ ໃນກຳລັງ ປກສ, ຄໍາແນະນໍາຂອງ ກົມໃຫຍ່ການເມືອງ ປກສ ເລກທີ 3543/ກມປສ ກ່ຽວກັບ ການຈັດຕັ້ງປະຕິບັດມະຕິຕົກລົງ ເລກທີ 39/ຄພປກສ ວ່າດ້ວຍ ການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງ ປກສ.

ສຳລັບມະຕິຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 39/ຄພປກສ ໄດ້ລະບຸກ່ຽວກັບ ຫຼັກການຂອງການຂຶ້ນແຜນກໍານົດພະນັກງານນໍາພາ-ບັນຊາ ໃນກໍາລັງ ປກສ ວ່າ:

ການຄົ້ນຄວ້າກຳນົດເປົ້າໝາຍເຂົ້າໃນແຜນກຳນົດ ພະນັກງານສືບທອດປ່ຽນແທນ ຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ, ຮັບປະກັນຄວາມເປັນເອກະພາບພາຍໃນຄະນະ ພັກ, ເປີດກວ້າງປະຊາທິປະໄຕ ໃຫ້ມະຫາຊົນມີສ່ວນຮ່ວມ, ເສີມຂະຫຍາຍຄວາມຮັບຜິດຊອບຂອງ ບັນດາອົງການຈັດຕັ້ງມະຫາຊົນ ເພື່ອຄົ້ນຄວ້າໃຫ້ໄດ້ເປົ້າໝາຍບຸກຄະລາກອນທີ່ມີເງື່ອນໄຂ, ມາດຖານຄົບຖ້ວນ ແລ້ວນຳສະເໜີຄະນະພັກທີ່ມີສິດພິຈາລະນາຕົກລົງ ເອົາເຂົ້າໃນແຜນກຳນົດພະນັກງານ.