ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ (ຂວາ) - ພັອ ແສນອາໄລ ບົວອາພອນ ຫົວໜ້າກົມກິລາ ຮອງຄະນະຮັບຜິດຊອບຊີ້ນໍາຂະບວນກິລາ (ຊ້າຍ)

ຄະນະຮັບຜິດຊອບຂະບວນການແຂ່ງຂັນກິລາ ໄດ້ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ໃນການສ້າງຂະບວນການແຂ່ງຂັນກິລາອ້ອມຂ້າງ ກະຊວງ ປກສ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ໃນວັນທີ 5 ເມສາ 1961-5 ເມສາ 2019 ແລະ ກອງປະຊຸມໃຫຍ່ 3 ຂັ້ນ ຢູ່ອ້ອມຂ້າງກະຊວງ ປກສ ໃນວັນ ທີ 7 ມີນາ 2019 ຢູ່ທີ່ກົມກິລາ ໂດຍມີ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ, ມີຄະນະຮັບຜິດຊອບຈາກກົມ ແລະ ກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພັອ ແສນອາໄລ ບົວອາພອນ ຫົວໜ້າກົມກິລາ ຮອງຄະນະຮັບຜິດຊອບຊີ້ນໍາຂະບວນກິລາ ໄດ້ລາຍງານການກະກຽມ ແລະ ແຜນການສ້າງຂະບວນການແຂ່ງຂັນກິລາ ໃນຄັ້ງນີ້ ໃຫ້ຮູ້ວ່າ:

ການແຂ່ງຂັນມີ 8 ປະເພດກິລາ ຄື: ກິລາບານເຕະ ມີ 3 ລາຍການ ຄື ລະດັບການນໍາ, ອາວຸໂສ ແລະ ຊາວໜຸ່ມ;

ກິລາບານສົ່ງ ມີ 2 ລາຍການ: ບານສົ່ງຍິງ-ຊາຍ;

ກິລາກະຕໍ້ ທີມດ່ຽວຊາຍທົ່ວໄປ;

ກິລາເປຕັງ ມີ 4 ລາຍການ: ຄູ່ຍິງ, ຄູ່ຊາຍ, ທີມຍິງ ແລະ ທີມຊາຍ;

ກິລາຍິງປືນ ມີ 3 ລາຍການ: ລະດັບການນໍາ ແລະ ຊາຍທົ່ວໄປ;

ກິລາວິຊາສະເພາະ: ນຸ່ງເຄື່ອງແບບໄວ ແລະ ມ້າງປະກອບປືນອາກ້າ ມີ 2 ລາຍການ ຍິງ-ຊາຍທົ່ວໄປ;

ກິລາແລ່ນໄຖ່: ຊາຍ-ຍິງ ແລະ ກິລາດຶງເຊືອກ ປະເພດທີມປະສົມຍິງ-ຊາຍ.

ຈັດກອງປະຊຸມຄົ້ນຄວ້າປຶກສາຫາລື ໃນການສ້າງຂະບວນການແຂ່ງຂັນກິລາອ້ອມຂ້າງ ກະຊວງ ປກສ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ

ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ກໍເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດບັນດາກົມ, ກອງອ້ອມຂ້າງ ກະຊວງ ປກສ ມີສຸຂະພາບເຂັ້ມແຂງທາງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມເສຍສະຫຼະ, ອົດທົນ ແລະ ມີນໍ້າໃຈກິລາທີ່ຜ່ອງໃສ, ກຽມພ້ອມປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອບັນລຸເປົ້າໝາຍທີ່ກໍານົດໄວ້, ເພື່ອພັດທະນາວຽກງານ ກິລາ-ກາຍຍະກໍາຢູ່ອ້ອມຂ້າງ ກະຊວງ ປກສ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນທີ່ເຂັ້ມງວດ, ມີເຕັກນິກຄວາມສາມາດທາງດ້ານວິຊາສະເພາະ, ສ້າງທຸກເງື່ອນໄຂ ເພື່ອເຂົ້າຮ່ວມງານແຂ່ງຂັນກິລາລະດັບຊາດ, ລະດັບສາກົນ ແລະ ກຽມພ້ອມເຂົ້າຮ່ວມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃນປີ 2019 ນີ້.