ລຽບຕາມເສັ້ນທາງໃນນະຄອນຫຼວງວຽງຈັນ ມີປ້າຍ ແລະ ເຄື່ອງໝາຍຕ່າງໆກ່ຽວກັບການຈະລາຈອນຕິດຕັ້ງໄວ້ ເພື່ອເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບເສັ້ນທາງທີ່ຈະສັນຈອນ; ນອກນັ້ນ, ກໍໃຫ້ປະຕິບັດຕາມປ້າຍທີ່ກໍານົດໄວ້ຢ່າງເຂັ້ມງວດ ຖ້າມີການລະເມີດກໍມີການສ່ຽງຕໍ່ການເກີດອຸບັດຕິເຫດ.

ເຈົ້າໜ້າທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການສັນຈອນໃນນະຄອນຫຼວງວຽງຈັນ ມີຄວາມສະດວກ-ສະບາຍໃນການໄປ-ມາ ເຈົ້າໜ້າທີ່ໄດ້ນໍາເອົາປ້າຍສັນຍານ, ປ້າຍເຕືອນອັນຕະລາຍ, ປ້າຍຫ້າມ, ປ້າຍກໍານົດ, ປ້າຍບອກສິດ, ລະບົບໄຟແດງ, ເຄື່ອງໝາຍໜ້າທາງ-ຂອບທາງ, ປ້າຍແນະນໍາ ແລະ ປ້າຍບໍລິການຕ່າງໆທີ່ຕິດຕັ້ງຕາມສາຍທາງ ແຕ່ລະປ້າຍລ້ວນແລ້ວແຕ່ມີຄວາມໝາຍ-ຄວາມສໍາຄັນ ເພື່ອບົ່ງບອກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນປະຕິບັດຕາມປ້າຍທີ່ກໍານົດໄວ້ຢ່າງຖືກຕ້ອງ ແລະ ເຂັ້ມງວດທີ່ສຸດຖ້າ ມີຜູ້ຝ່າຝືນ ກໍຈະເຮັດໃຫ້ສະພາບການ ສັນຈອນສັບສົນ ແລະ ຮ້າຍແຮງອາດ ເກີດອຸບັດຕິເຫດກໍເປັນໄດ້ ແລະ ໃນການຕິດຕັ້ງປ້າຍນັ້ນ ກໍໄດ້ມີການສຶກສາຢ່າງລະອຽດ ແລະ ກໍານົດຄວນຕິດ ຕັ້ງຢູ່ຈຸດໃດຈຶ່ງເໝາະສົມ ເພື່ອໃຫ້ສອດຄ່ອງກັບສະພາບການສັນຈອນທີ່ເພີ່ມຂຶ້ນໃນປັດຈຸບັນ, ແຕ່ປ້າຍດັ່ງກ່າວ ຖ້າທຽບໃສ່ຕາມເສັ້ນທາງໃນນະຄອນຫຼວງວຽງຈັນ ເຫັນວ່າມີຄວາພຽງພໍຕາມ ຄວາມຕ້ອງການ. ນອກນັ້ນ, ກໍມີການປັບປຸງປ້າຍ ແລະ ເຄື່ອງໝາຍໃຫ້ດີຂຶ້ນເລື້ອຍໆເພື່ອໃຫ້ຜູ້ຂັບຂີ່ເບິ່ງເຫັນໄດ້ຊັດເຈນ, ການປະຕິບັດຕາມປ້າຍ ຜູ້ຂັບຂີ່ຫຼາຍຄົນກໍປະຕິບັດໄດ້ດີ, ແຕ່ກໍຍັງພົບເຫັນຜູ້ຂັບຂີ່ຈໍານວນໜຶ່ງຝ່າຝືນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປ້າຍ ແລະ ເຄື່ອງໝາຍຈະລາຈອນຢູ່ຕາມເສັ້ນທາງລ້ວນແຕ່ແມ່ນລະບຽບກົດໝາຍອັນໜຶ່ງ ໃຫ້ຜູ້ຂັບຂີ່ປະຕິ ບັດຕາມ ແລະ ຈະມີຄວາມສັກສິດຂອງປ້າຍນັ້ນຕະຫຼອດໄປ ກໍລະນີມີອຸບັດຕິເຫດທີ່ເກີດຂຶ້ນໃນການດໍາເນີນຄະດີເຈົ້າໜ້າທີ່ກໍຈະກວດສອບລະອຽດກ່ຽວກັບຈຸດເກີດເຫດຖ້າມີການລະເມີດປ້າຍ ແລະ ເຄື່ອງໝາຍຕ່າງໆ ເຈົ້າໜ້າທີ່ກໍຈະດໍາເນີນໄປຕາມນັ້ນ.

ຢ່າງໃດກໍຕາມ, ປ້າຍ ແລະ ເຄື່ອງໝາຍອື່ນໆທີ່ຕິດຕັ້ງໄວ້ຕາມເສັ້ນທາງກໍລ້ວນແລ້ວແຕ່ແນໃສ່ເຮັດໃຫ້ການສັນ ຈອນ ແລະ ຜູ້ຂັບຂີ່ສະດວກສະບາຍໃນເວລາຜູ້ໃຊ້ລົດ-ໃຊ້ຖະໜົນ ແລະ ກໍຢາກໃຫ້ເຂົ້າໃຈວ່າ ນັ້ນກໍແມ່ນກົດລະບຽບການສັນຈອນໜຶ່ງທີ່ຜູ້ຂັບຂີ່ທຸກຄົນຕ້ອງເອົາໃຈໃສ່ ແລະ ປະຕິບັດຢ່າງເຂັ້ມງວດ, ເຊິ່ງການປະຕິບັດກົດລະບຽບແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມໃນການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ຖ້າຫາກມີການປະຕິບັດໄດ້ການເກີດອຸບັດຕິເຫດ ແລະ ຄວາມເສຍຫາຍທາງດ້ານຊັບສິນ ແລະ ຊີວິດຫຼຸດໜ້ອຍຖອຍລົງ ແລະ ປ້າຍດັ່ງກ່າວກໍຈະມີຜົນສັກສິດໄດ້ກໍລ້ວນແລ້ວແຕ່ທຸກຄົນພ້ອມກັນປະຕິບັດ.

ຂ່າວ: ບຸນຖິນ