ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ຊ້າຍ) - ທ່ານ ວິກຕໍຣ໌ ອໍຣ໌ບານ ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ (ຂວາ)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລັດຖະບານລາວ ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ມີນາ 2019, ເຊິ່ງເປັນຄັ້ງປະຖົມມະລຶກ ນັບແຕ່ທ່ານໄດ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວິກຕໍຣ໌ ອໍຣ໌ບານ ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ. ການຢ້ຽມຢາມດັ່ງກ່າວ ເປັນນິມິດໝາຍອັນດີ ແລະ ຍິ່ງໃຫຍ່ ໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນວັນທີ 11 ມີນາ 2019 ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ຢ່າງເປັນທາງການ ກັບ ທ່ານນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ ທີ່ສຳນັກງານນາຍົກລັດຖະມົນຕີ ຂອງ ຮົງກາຣີ. ໃນນັ້ນ, ສອງຝ່າຍໄດ້ທົບທວນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ລາວ-ຮົງກາຣີ. ໂດຍສອງປະເທດ ເຄີຍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ທັງໃນຂອບສອງຝ່າຍ ກໍຄື ຫຼາຍຝ່າຍຕະຫຼອດມາ.

ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຮົງກາຣີ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.

ສອງຝ່າຍ ໄດ້ປຶກສາຫາລືກັນກ່ຽວກັບ ການເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຕົກລົງຍົກລະດັບ ການພົວພັນສອງຝ່າຍ ຂຶ້ນເປັນ ຄູ່ຮ່ວມຍຸດທະສາດ, ເຊິ່ງເປັນການຢັ້ງຢືນຄືນ ແລະ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຮົງກາຣີ ພ້ອມນັ້ນເພື່ອເປັນການຜັນຂະຫຍາຍການຕົກລົງດັ່ງກ່າວ ສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ໃນທຸກລະດັບ ແລະ ທຸກຂະແໜງ ນັບແຕ່ການນໍາຂັ້ນສູງ ຈົນຮອດລະດັບວິຊາການຂອງສອງປະເທດ, ລວມທັງລະດັບທ້ອງຖິ່ນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຕ່າງໆ ໃຫ້ປະກົດຜົນເປັນຈິງ.

ບໍ່ພຽງເທົ່ານັ້ນ, ສອງຝ່າຍ ກໍໄດ້ຕົກລົງສີືບຕໍ່ການຮ່ວມມືກັນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກຳ, ການເງິນ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ສິ່ງສໍາຄັນ, ສອງຝ່າຍ ໄດ້ຕົກລົງເຫັນດີຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ຢ່າງເປັນ ປົກກະຕິນຳກັນ ເພື່ອແນໃສ່ເສີມຂະຫຍາຍການພົວພັນຮ່ວມມື ລາວ-ຮົງກາຣີ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມນັ້ນ, ລັດຖະບານຮົງກາຣີ ໄດ້ຕົກລົງເພີ່ມທຶນການສຶກສາໃຫ້ແກ່ ສປປ ລາວ ຕື່ມອີກ ຈາກ 50 ທຶນ ມາເປັນ 100 ທຶນຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນໄປ.

ເຊິ່ງປັດຈຸບັນ, ນັກສຶກສາລາວ ກໍາລັງສຶກສາຮໍ່າຮຽນຢູ່ມະຫາວິທະຍາໄລຕ່າງໆຂອງ ຮົງກາຣີ ມີຈໍານວນທັງໝົດ 86 ຄົນ (ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ). ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນຮົງກາຣີ ທີ່ໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ເຊິ່ງນັກສຶກສາລາວ ທີ່ໄດ້ຮຽນຈົບຈາກ ຮົງກາຣີ ໃນເມື່ອກ່ອນ ໄດ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ປະສົບຄວາມສຳເລັດສູງ, ຈຳນວນໜຶ່ງມີໜ້າທີ່ຕຳແໜ່ງສຳຄັນຢູ່ພາກລັດ ແລະ ຈຳນວນໜຶ່ງກໍປະສົບຜົນສຳເລັດຢູ່ໃນພາກທຸລະກິດ.

ນອກນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ຮົງກາຣີ ທີ່ໄດ້ສະໜອງເງິນກູ້ທີ່ມີເງື່ອນໄຂຜູກພັນບໍ່ມີດອກເບ້ຍ (Tied Aid Credit) ໃຫ້ແກ່ ສປປ ລາວ ໃນໄລຍະທີ 1 ມູນຄ່າ 8,6 ລ້ານໂດລາ, ໄລຍະທີ 2 ມູນຄ່າ 30 ລ້ານໂດລາ, ໄລຍະທີ 3 ມູນຄ່າ 160 ລ້ານໂດລາ ແລະ ຍັງເຫັນດີຈະເພີ່ມຈໍານວນເງິນກູ້ຢືມດັ່ງກ່າວ ຂຶ້ນຕື່ມອີກໃນຕໍ່ໜ້າ, ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ພ້ອມກັນນັ້ນ, ສອງຝ່າຍ ຈະຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລາວ-ຮົງກາຣີ ທີ່ກໍາລັງດໍາເນີນຢູ່ ສປປ ລາວ ໃຫ້ສຳເລັດຜົນຕາມຄາດໝາຍທີ່ກຳນົດໄວ້. ທາງດ້ານຮົງກາຣີ ກໍເຫັນດີທີ່ຈະໄປເປີດຫ້ອງການຕາງໜ້າກົງສູນຂອງຕົນ ຢູ່ນະຄອນຫຼວງວຽງຈັນ ໃນອະນາຄົດອັນໃກ້ໆນີ້. ຫຼັງຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະນໍາກັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ແລະອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ລົງນາມເອກະສານຮ່ວມກັນສອງສະບັບ ຄື: ສັນຍາ ວ່າດ້ວຍ ການຍົກເວັ້ນວີຊາການທູດ ແລະ ລັດຖະການ ແລະ ແຜນການຮ່ວມມືດ້ານການສຶກສາ ສຳລັບໄລຍະປີ 2020-2022 ເຊິ່ງຈະສ້າງເງື່ອນໄຂໃຫ້ສອງປະເທດໄດ້ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ແໜ້ນແຟ້ນກວ່າເກົ່າ.

ໃນໄລຍະຢ້ຽມຢາມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຢາໂນສ ອາເດຣ ປະທານາທິບໍດີ ຮົງກາຣີ ແລະ ທ່ານ ລາຊໂລ ໂກເວີ ປະທານສະພາແຫ່ງຊາດ ຮົງກາຣີ. ຈາກນັ້ນ, ກໍໄດ້ໄປວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ແລະ ປະຫວັດສາດທີ່ສຳຄັນຂອງ ຮົງກາຣີ ຈໍານວນໜຶ່ງ.

ທ່ານນາຍົກລັດຖະມົນຕີ ໄດ້ຖືເອົາໂອກາດນີ້ເຊື້ອເຊີນ ທ່ານນາຍົກລັດຖະມົນຕີ ວິກຕໍຣ໌ ອໍຣ໌ບານ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເຫັນວ່າສະດວກ, ເຊິ່ງ ທ່ານນາຍົກລັດຖະມົນຕີ ວິກຕໍຣ໌ ອໍຣ໌ບານ ກໍມີຄວາມຍິນດີຕອບຮັບການເຊື້ອເຊີນດັ່ງ ກ່າວ.