ວັນທີ 14 ມີນາ 2019, ເກີດອຸບັດຕິດເຫດຕຶກ 4 ຊັ້ນ ໃນເມືອງລາກອດສ໌ ເມືອງສູນກາງທາງດ້ານເສດຖະກິດຂອງປະເທດນີເຊຣີ ຖະຫຼົ່ມລົງມາ, ເຈົ້າໜ້າທີ່ກູ້ໄພພົບຜູ້ເສຍຊີວິດແລ້ວ 8 ຄົນ ແລະ ສາມາດຊ່ວຍເຫຼືອຜູ້ປະສົບເຫດໄດ້ແລ້ວ 37 ຄົນ.

ເຈົ້າໜ້າທີ່ບໍລິຫານງານສຸກເສີນແຫ່ງຊາດນີເຊຣີ ກ່າວວ່າ: ມີເດັກນ້ອຍຈຳນວນຫຼາຍພາກັນເຂົ້າໂຮງຮຽນທີ່ສ້າງຕັ້ງແບບຜິດກົດໝາຍຢູ່ພາຍໃນຕຶກທີ່ຖະຫຼົ່ມລົງມາ, ເຫດການເປັນໄປດ້ວຍຄວາສັບສົນວຸ້ນວາຍ, ພໍ່-ແມ່ຜູ້ປົກຄອງຂອງບັນດານັກຮຽນພາກັນຕື່ນຕົກໃຈ ແລະ ເປັນກັງວົນຕໍ່ຄວາມປອດໄພຂອງລູກ-ຫຼານຕົນເອງ ພ້ອມທັງມີປະຊາຊົນຈຳນວນຫຼາຍທີ່ສັນຈອນຜ່ານໄປ-ມາ ພາກັນຫຸ້ມເຂົ້າໄປເບິ່ງສະພາບການ; ປະຊາຊົນທີ່ອາໄສຢູ່ບໍລິເວນໃກ້ຄຽງກ່າວວ່າ: ບໍ່ມີສັນຍານເຕືອນຫຍັງເລີຍກ່ອນທີ່ຕຶກຈະຖະຫຼົ່ມລົງມາ.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ, ໜ່ວຍກູ້ໄພ ລວມເຖິງປະຊາຊົນຫຼາຍຮ້ອຍຄົນ ກຳລັງປະຕິບັດການຊ່ວຍເຫຼືອຜູ້ເຄາະຮ້າຍທີ່ຍັງຕິດຄ້າງຢູ່ພາຍໃນຊາກຕຶກ.