ໂຮມຊຸມນຸມສະຫຼອງ ວັນສ້າງກຳລັງສັນຕິບານ ຄົບຮອບ 56 ປີ

0
1806

ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງສັນຕິບານ ຄົບຮອບ 56 ປີ ( 13 ມີນາ 1961-13 ມີນາ 2019 ), ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີອະດີດການນໍາ ກໍາລັງສັນຕິບານ, ແຂກຮັບເຊີນ, ປກສ ແຂວງ, ນາຍ ແລະ ພົນຕໍາຫຼວດເຫຼົ່າວິຊາສະເພາະ ທົ່ວກໍາລັງສັນຕິບານ ເຂົ້າຮ່ວມ ໃນວັນທີ 13 ມີນາ.

ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງສັນຕິບານ ຄົບຮອບ 56 ປີ

ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຂຶ້ນກ່າວບົດປາໄສ ເຊິ່ງມີບາງຕອນທີ່ທ່ານ ໄດ້ໃຫ້ຮູ້ວ່າ:

ໃນວັນ ທີ 13 ມີນາ 1963 ເປັນວັນທີ່ມີຄວາມໝາຍສໍາຄັນທີ່ສຸດ ສໍາລັບສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ໃນກໍາລັງສັນຕິບານ ກໍຄື ກໍາລັງສັນຕິບານໃນທົ່ວປະເທດ ເພາະວ່າ ກໍາລັງສັນຕິບານ ແມ່ນກໍາລັງທີ່ໄວ້ເນື້ອເຊື່ອໃຈຂອງພັກ, ເປັນກໍາລັງທີ່ເຮັດໜ້າທີ່ປ້ອງກັນແນວທາງຂອງພັກ ແລະ ຜູ້ນໍາລັດ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕໍ່ຕ້ານທຸກເລ່ຫຼ່ຽມກົນອຸບາຍ ທີ່ຫວັງທໍາລາຍມ້າງເພ, ແບ່ງແຍກ, ສ້າງຄວາມປັ່ນປ່ວນ, ກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນດິນແດນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ກົມໃຫຍ່ສັນຕິບານ ກະຊວງ ປກສ

ກໍາລັງສັນຕິບານນັບແຕ່ມື້ສ້າງຕັ້ງຂຶ້ນ ໄດ້ເປັນເຈົ້າການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ທາງດ້ານການເມືອງ, ປະກອບສ່ວນອັນໃຫຍ່ຫຼວງ ໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງປະເທດຊາດ, ປະເຊີນໜ້າໂດຍກົງກັບບັນດາອິດທິກໍາລັງປໍລະປັກ, ພວກຝືນປະຕິວັດ ໃນທຸກສະຖານທີ່ທຸກເວລາ, ເປັນກໍາລັງທີ່ໃກ້ຊິດຕິດແທດ ແລະ ຈົງຮັກພັກດີຕໍ່ຊາດ-ຕໍ່ປະຊາຊົນບັນດາເຜົ່າ ແລະ ເປັນກໍາລັງທີ່ໄດ້ຮັບການຊີ້ນໍາ-ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງ ພັກປະຊາຊົນ ປະຕິວັດລາວ, ພ້ອມທັງໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງ ເພື່ອຄວາມສະຫງົບສຸກຂອງປະຊາຊົນບັນດາເຜົ່າ ຕະຫຼອດມາ.

ເພື່ອສືບທອດມູນເຊື້ອອັນສະຫງ່າອົງອາດຂອງ ກໍາລັງສັນຕິບານ, ໃນຕໍ່ໜ້ານີ້ ຄະນະນໍາກົມໃຫຍ່ສັັນຕິບານ ຈະເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ກໍາແໜ້ນແນວທາງນະໂຍບາຍ-ກົດໝາຍຂອງລັດ, ມີສະຕິລະວັງຕົວ, ມີຄວາມອົດທົນເດັດດ່ຽວ, ສ້າງນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ມີສະຕິກຽມພ້ອມສູ້ຮົບສູງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທີ່ທັນສະໄໝ, ມີລະບົບການຊີ້ນໍາບັນຊາເຂັ້ມແຂງ, ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ຕັ້ງໜ້າເສີມຂະຫຍາຍທາດແທ້ ແລະ ມູນເຊື້ອ ກໍາລັງສັນຕິບານ.