ປີ 2019, ຄະນະພັກຫ້ອງວ່າການປະທານປະເທດ ຈະສຸມໃສ່ຊີ້ນຳ-ນຳພາ ໃຫ້ປະຕິບັດ 4 ວຽກໃນການຕິດ ຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແນໃສ່ຮັບປະກັນໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນທົ່ວຫ້ອງວ່າການປະທານປະເທດມີຄວາມເຂັ້ມແຂງ, ປອດໃສ, ມີສະຕິລະວັງຕົວ, ບໍ່ສວຍໂອກາດກະທຳການໃດໆທີ່ເປັນການສໍ້ລາດບັງຫຼວງ.

ທ່ານ ນາງ ພຸດ ທະວົງສີ ຮອງປະທານກວດກາ, ຮອງຫົວໜ້າກົມຈັດຕັ້ງ, ກວດກາ ແລະ ໂຄ ສະນາໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2018 ແລະ ທິດທາງແຜນການປີ 2019 ຕໍ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ພັກ-ພະນັກງານ ແລະ ວຽກງານກວດກາປະຈຳປີ 2018 ວ່າ: ປີນີ້, ຄະ ນະພັກຫ້ອງວ່າ ການປະທານປະເທດ ຊີ້ນຳ-ນຳພາໃຫ້ປະຕິບັດ 4 ວຽກ ໃນການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ຄື: ສຸມໃສ່ເຜີຍແຜ່ບົດຄວາມເຫັນ, ຄຳແນະນຳການປະຕິບັດກົດໝາຍກວດກາ ແລະ ກົດໝາຍອື່ນໆທີ່ພົວພັນເຖິງວຽກງານກວດກາ.

ສຸມໃສ່ອຳນວຍຄວາມສະດວກໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນມີສ່ວນຮ່ວມໃນການສ້າງແຜນງົບປະມານ ແລະ ແຜນລົງທຶນປີ 2019 ພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດຕົວຈິງຂອງແຜນດັ່ງກ່າວ; ສຸມໃສ່ເຂົ້າຮ່ວມຕິດຕາມການທາບທາມລາຄາ, ການປະມູນ, ການຕົກລົງສັນຍາໂຄງການຕ່າງໆຢູ່ພາຍໃນຫ້ອງວ່າການປະທານປະເທດ ຄຽງຄູ່ກັບການຕິດຕາມໂຄງການກໍ່ສ້າງການຈັດຊື້-ຈັດຈ້າງດ້ວຍງົບປະມານຂອງລັດໃຫ້ຖືກຕ້ອງເໝາະສົມ; ສຸມໃສ່ສືບຕໍ່ປະຕິບັດວຽກງານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກ ງານ-ລັດຖະກອນຕາມລະບຽບຫຼັກການ.

ທ່ານໃຫ້ຮູ້ຕື່ມວ່າ: ປີ 2018, ຄະນະພັກຫ້ອງວ່າການປະທານປະເທດ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາປະຕິບັດວຽກ ງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍເອົາໃຈໃສ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະ ກອນ ໂດຍການເຜີຍແຜ່ເອກະສານກ່ຽວກັບຕ້ານການສໍ້ລາດບັງຫຼວງ ເຊັ່ນ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ດຳລັດ-ບັນດາຂໍ້ຫ້າມ ແລະ ບົດແນະນຳໃນການຈັດຕັ້ງປະຕິບັດ ວ່າດ້ວຍການແຈ້ງຊັບສິນ ແລະ ເອກະສານອື່ນໆທີ່ກ່ຽວກັບກັບວຽກງານດັ່ງກ່າວ ຜ່ານການເຜີຍແຜ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນເຂົ້າໃຈ, ເຊື່ອມຊຶມ-ກຳໄດ້ຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ມີສະຕິລະວັງຕົວ ບໍ່ສວຍໂອກາດກະທຳໄປໃນທາງທີ່ບໍ່ຖືກຕ້ອງ; ເຊິ່ງຜ່ານການກວດກາ 1 ປີຜ່ານມາ ຍັງບໍ່ເຫັນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ສະແດງໃຫ້ເຫັນວ່າພະນັກງານທຸກສະຫາຍ ແມ່ນມີຄວາມເອົາໃຈໃສ່ຮັບຜິດຊອບຕໍ່ໜ້າທີ່ວຽກງານຕາມພາລະບົດບາດຂອງຕົນ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນ ວັນທີ 14 ມີນາ 2019 ເປັນປະທານໂດຍ ທ່ານ ຄໍາເມີງ ພົງທະດີ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ມີຄະນະພັກ, ສະມາຊິກພັກສົມບູນ-ສໍາຮອງອ້ອມຂ້າງເຂົ້າຮ່ວມ.