ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານການສ້າງແຜນກຳນົດພະນັກງານນໍາພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ ຂຶ້ນໃນລະຫວ່າງວັນທີ 14-15 ມີນາ 2019 ເພື່ອເຮັດໃຫ້ຄະນະ ພັກ-ຄະນະບັນຊາ ແລະ ພະນັກງານທີ່ ເຮັດວຽກງານການເມືອງມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ມີຄວາມເປັນເອກະພາບໃນການປະຕິບັດຕົວຈິງ ເຮັດໃຫ້ວຽກງານຄຸ້ມຄອງພະນັກງານ, ຮັບປະກັນການນໍາພາໂດຍກົງ ເປັນເອກະພາບຕໍ່ວຽກງານຄຸ້ມຄອງພະນັກງານແຕ່ລະຂັ້ນໃຫ້ມີຄວາມຄ່ອງຕົວ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ເຜີຍແຜ່ໂດຍ ພົຈວ ອຸ່ນຫຼ້າ ວົງພະ ຈັນ, ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ແລະ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການ ເມືອງ ປກສ.

ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ ມີ 4 ເອກະສານຄື: ເອກະສານເຜີຍແຜ່ຄໍາສັ່ງຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 02/ຄພປກສ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນໃນທົ່ວ ອົງຄະນະພັກກະຊວງ ປກສ; ເຜີຍແຜ່ຄໍາສັ່ງແນະນໍາຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 03/ຄພປກສ ວ່າດ້ວຍການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນໃນກຳລັງ ປກສ; ມະຕິຂອງຄະນະບໍລິ ຫານງານພັກ ກະຊວງ ປກສ ເລກທີ 38/ຄພປກສ ວ່າດ້ວຍມາດຖານຂອງພະນັກງານນໍາພາ-ບັນຊາໃນກຳລັງ ປກສ; ມະຕິຂອງຄະນະບໍລິຫານງານພັກ ກະຊວງ ປກສ ເລກທີ 39/ຄພ ປກສ ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນໍາພາ-ບັນຊາໃນກຳລັງ ປກສ ແລະ ເອກະສານເຊື່ອມຊຶມມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 40/ຄພປກສ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງພະນັກງານຢູ່ໃນກຳລັງ ປກສ.

ສະເພາະເອກະສານມະຕິຂອງຄະນະບໍລິຫານງານພັກກະຊວງ ປກສ ເລກທີ 39/ຄພປກສ ວ່າດ້ວຍການຂຶ້ນແຜນກຳນົດພະນັກງານນໍາພາ-ບັນຊາໃນກຳລັງ ປກສ ມີເນື້ອໃນລະບຸວ່າ: ແຜນກຳນົດພະນັກງານໝາຍເຖິງແຜນຄາດຄະເນໃນໄລຍະຍາວກ່ຽວກັບເປົ້າໝາຍບຸກຄະລາກອນສືບທອດປ່ຽນແທນ, ບັນດາຕໍາແໜ່ງຊີ້ນໍາ-ບັນຊາຢູ່ແຕ່ລະກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ, ປກສ ນະຄອນຫຼວງວຽງຈັນ, ປກສ ນະ ຄອນ, ປກສ ເມືອງ, ເປັນແຜນຍຸດທະສາດທີ່ສໍາຄັນຂອງວຽກງານພະນັກງານ ເພາະແຜນກຳນົດພະນັກງານເປັນບ່ອນອີງສໍາຄັນໃນການບໍາລຸງ-ກໍ່ສ້າງພະນັກງານ ແລະ ການຕີລາຄາ, ການສັບຊ້ອນ, ການຈັດວາງພະນັກງານສອດຄ່ອງກັບກົງຈັກການຈັດຕັ້ງຖືກກັບຄວາມຮູ້-ຄວາມສາມາດຂອງພະນັກງານ.

ສໍາລັບມາດຖານຂອງພະນັກງານນໍາພາ-ບັນຊາ ຕ້ອງເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດຳລົງຊີວິດທີ່ດີ, ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີແບບແຜນນໍາພາ ແລະ ວິທີ ເຮັດວຽກທີ່ດີສິ່ງສໍາຄັນຕ້ອງມີສຸຂະພາບແຂງແຮງ, ສາມາດປະຕິບັດໜ້າທີ່ການເມືອງທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີ.