ພະແນກສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ສົມທົບກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ ປະຈໍາປີ 2019 ຜ່ານທາງທະນາຄານການຄ້າຕ່າງປະເທດລາວທຸກສາຂາ (ທຄຕລ) ທົ່ວ ນວ ໃນວັນທີ 14 ມີນາ 2019 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ມີຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈໍາ ນວ, ຮອງອໍານວຍການ ທຄຕລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານທົ່ວຫ້ອງວ່າການ ນວ ເຂົ້າຮ່ວມ.

ທ່ານ ແກ້ວພິລາວັນ ອາໄພລາດ ກ່າວວ່າ: ການເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນໃນຄັ້ງນີ້ ກໍເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນປະຈໍາປີ 2019 ຜ່ານທະນາຄານ ໃຫ້ເປັນຂະບວນຟົດຟື້ນ ແລະ ທີ່ສໍາຄັນກໍແມ່ນການສ້າງຂະບວນການໃຫ້ພະນັກງານ-ລັດຖະກອນເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ຈະປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄືການສ້າງສາພັດທະນາປະເທດຊາດ; ການສ້າງຂະບວນການໃນຄັ້ງນີ້ເຊີນຊວນອົງການຈັດຕັ້ງທຸກພາກສ່ວນ, ພະນັກງານລັດຖະກອນ, ພໍ່-ແມ່ປະຊາຊົນທຸກຊັ້ນຄົນໃຫ້ພ້ອມກັນມາປະກອບສ່ວນພັນທະ ເຂົ້າງົບປະມານດ້ວຍການແຈ້ງເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ.

ທ່ານ ສົມພອນ ພີມມະສອນ ຮອງຫົວໜ້າສ່ວຍສາອາກອນ ປະຈໍາ ນວ ກ່າວຕື່ມວ່າ: ບັນດາທ່ານທີ່ຈະເຂົ້າມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານງ່າຍໆ ພຽງແຕ່ນໍາເອົາໜັງສືລົດ ແລະ ໃບຕາດິນເຂົ້າມາແຈ້ງຕໍ່ພະນັກງານທະນາຄານ ແລ້ວພະນັກງານຈະເປັນຜູ້ດໍາເນີນໃຫ້; ພາຍຫຼັງສໍາເລັດການເປີດຂະບວນເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຢູ່ປົກຄອງ ນວ ແລ້ວ ຄະນະຮັບຜິດຊອບຈະສືບຕໍ່ລົງອີກຢ່າງໜ້ອຍໃຫ້ໄດ້ 8 ແຫ່ງ ກ່ອນທີ່ຈະໝົດກໍານົດການປັບໃໝໃນເດືອນທ້າຍເດືອນມີນານີ້ ໂດຍຈະສືບຕໍ່ລົງບັນດາສໍານັກງານອົງການ, ບັນດາກະຊວງ, ສະຖາບັນການສຶກສາ ແລະອື່ນໆ ເພື່ອໃຫ້ບັນດາກຸ່ມຄົນຕ່າງໆມາເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານໃຫ້ທັນກ່ອນທີ່ຈະຖືກປັບໃໝ; ສະເພາະການເສຍຄ່າທໍານຽມທາງຖ້າວ່າກາຍເດືອນມີນານີ້ໄປທາງທະນາຄານຈະຄິດມູນຄ່າປັບໃໝເປັນ 0,1% ຕໍ່ວັນໃນມູນຄ່າຂອງລົດທີ່ເສຍຄ່າທາງ.

ທ່ານຮອງຫົວໜ້າສ່ວຍສາອາກອນ ປະຈໍາ ນວ ກ່າວອີກວ່າ: ສໍາລັບປະເພດລົດທີ່ຈະເສຍຄ່າທໍານຽມທາງ ແມ່ນມີຫຼາຍປະເພດທີ່ແຕກຕ່າງກັນ; ໃນນັ້ນ, ປະເພດລົດຈັກຕາມລັດຖະບັນຍັດ ຂອງປະທານປະເທດຄ່າທໍານຽມທາງ ຈະມີ 4 ຂັ້ນຕອນ ຄື: ລົດຈັກທີ່ມີຄວາມແຮງແຕ່ 110 ເຊເຊລົງມາ ຈະເສຍຄ່າທໍານຽມທາງ 15.000 ກີບ, ຄວາມແຮງແຕ່ 111 ເຊເຊ ເຖິງ 150 ເຊເຊ ຈະເສຍ 20.000 ກີບ, ຄວາມແຮງ 151 ເຊເຊ ເຖິງ 200 ເຊເຊ ຈະເສຍ 30.000 ກີບ ແລະ ຄວາມແຮງ 200 ເຊເຊ ຂຶ້ນໄປ ຈະເສຍ 100.000 ກີບ; ປະເພດລົດສາມລໍ້ຕາມລັດຖະບັນຍັດຂອງປະທານປະເທດຄ່າທໍານຽມທາງ ມີອັດຕາດຽວ ຄື: 50.000 ກີບ.

ປະເພດລົດເກງ, ລົດກະບະ, ລົດຈິບ ແລະ ລົດຕູ້ ຕາມລັດຖະບັນຍັດ ຂອງປະທານປະເທດ ຄ່າທໍານຽມທາງ ມີ 8 ຂັ້ນຕອນ ຄື: ຄວາມແຮງແຕ່ 1.000 ເຊເຊ ລົງມາ 100.000 ກີບ, ຄວາມແຮງແຕ່ 1.001 ຫາ 1.600 ເຊເຊ 150.000 ກີບ, ຄວາມແຮງແຕ່ 1.601 ຫາ 2.000 ເຊເຊ 200.000 ກີບ, ຄວາມແຮງແຕ່ 2.001 ຫາ 2.500 ເຊເຊ 250.000 ກີບ, ຄວາມແຮງແຕ່ 2.501 ຫາ 3.000 ເຊເຊ 300.000 ກີບ, ຄວາມແຮງແຕ່ 3.001 ຫາ 4.000 ເຊເຊ 350.000 ກີບ, ຄວາມແຮງແຕ່ 4.001 ຫາ 5.000 ເຊເຊ 400.000 ກີບ, ຄວາມແຮງ 5.001 ເຊເຊ ຂຶ້ນໄປ 500.000 ກີບ.

ປະເພດລົດຂົນສົ່ງສິນຄ້າຕາມລັດຖະບັນຍັດຂອງປະທານປະເທດຄ່າທໍານຽມທາງ ມີ 5 ຂັ້ນຕອນ ຄື: ລົດບັນທຸກຂະໜາດນ້ອຍ ມີຄວາມແຮງ 2.500 ເຊເຊລົງມາ ຫຼື ມີນໍ້າໜັກບັນທຸກລວມທັງນໍ້າໜັກລົດແຕ່ 3,5 ໂຕນ ລົງມາ 150.000 ກີບ, ລົດບັນທຸກຂະໜາດກາງ ມີຄວາມແຮງ 2.501 ຫາ 5.000 ເຊເຊ ຫຼື ມີນໍ້າໜັກບັນທຸກ ລວມທັງນໍ້າໜັກ ລົດເກີນ 3,5 ໂຕນ ຫາ 15 ໂຕນ 200. 000 ກີບ, ລົດບັນທຸກຂະໜາດໃຫຍ່ ມີ ຄວາມແຮງເກີນ 5.000 ເຊເຊ ຂຶ້ນໄປ ແລະ ມີນໍ້າໜັກບັນທຸກ ລວມທັງນໍ້າໜັກ ລົດເກີນ 15 ໂຕນ ຫາ 30 ໂຕນ 300. 000 ກີບ, ລົດບັນທຸກຂະໜາດໃຫຍ່ມີຄວາມແຮງເກີນ 5.000 ເຊເຊ ຂຶ້ນໄປ ແລະ ມີນໍ້າໜັກບັນທຸກ ລວມທັງນໍ້າໜັກລົດເກີນ 30 ໂຕນ ຫາ 50 ໂຕນ 400.000 ກີບ, ລົດບັນທຸກຂະໜາດ ໃຫຍ່ ມີຄວາມແຮງເກີນ 5.000 ເຊເຊ ຂຶ້ນໄປ ແລະ ມີນໍ້າໜັກບັນທຸກລວມ ທັງນໍ້າໜັກລົດເກີນ 50 ໂຕນ ຂຶ້ນໄປທີ່ໄດ້ຮັບອະນຸຍາດໃຫ້ເຮັດການຂົນສົ່ງພິ ເສດ ຈະເສຍຄ່າທໍານຽມທາງ 500.000 ກີບ.

ປະເພດລົດຂົນສົ່ງໂດຍສານຕາມ ລັດຖະບັນຍັດ ຂອງປະທານປະເທດ ຄ່າ ທໍານຽມທາງ ມີ 4 ຂັ້ນຕອນ ຄື: ລົດຈໍາ ໂບ ແລະ ລົດຕຸກໆ 50.000 ກີບ, ລົດຕູ້ ຫຼື ລົດສອງແຖວຂະໜາດນ້ອຍມີຄວາມ ແຮງແຕ່ 2.500 ເຊເຊ ຫຼື ມີບ່ອນນັ່ງແຕ່ 9 ຄົນລົງມາລວມທັງຜູ້ຂັບຂີ່ 150.000 ກີບ, ລົດຕູ້ ຫຼື ລົດບັດ ຂະໜາດກາງ ມີ ຄວາມແຮງເກີນ 2.500 ເຊເຊ ຫາ 5.000 ເຊເຊ ຫຼື ມີບ່ອນນັ່ງແຕ່ 10 ຄົນ ຫາ 30 ຄົນ ລວມທັງຜູ້ຂັບຂີ່ 200.000 ກີບ, ລົດບັດ ຫຼື ລົດເມຂະໜາດໃຫຍ່ ມີ ຄວາມແຮງເກີນ 5.000 ເຊເຊ ຂຶ້ນໄປ ຫຼື ມີບ່ອນນັ່ງເກີນ 35 ຄົນຂຶ້ນໄປ ຈະ ເສຍຄ່າທໍານຽມທາງ 4000.000 ກີບຕໍ່ ປີຕໍ່ຄັນ.