ປກສ ເຂດບໍ່ເຕນແດນງາມ ມອບ-ຮັບໜ້າທີ່

ປກສ ເຂດບໍ່ເຕນແດນງາມ ແຂວງຫຼວງນ້ຳທາ ຈັດພິທີມອບ-ຮັບໜ້າທີ່ ໃນອາທິດຜ່ານມາ, ເຂົ້າຮ່ວມໂດຍ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຫົວໜ້າຄະນະກອງບັນຊາການ ປກສ ເຂດບໍ່ເຕນແດນງາມ, ຄະນະຄຸ້ມຄອງເຂດ ພ້ອມດ້ວຍພະນັກງານ-ນັກຮົບ ພາຍໃນເຂດ ເຂົ້າຮ່ວມ.

ພັຕ ນາງ ຄຳຫຼ້າ ຈິດຕະວົງ ຫົວໜ້າພະແນກຈັດຕັ້ງພະນັກງານ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດທະມົນຕີ ກະຊວງ ປກສ ສະບັບເລກທີ 254/ປກສ ລົງວັນທີ 19 ກຸມພາ 2019 ວ່າ:

ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ; ໃນນີ້ໄດ້ແຕ່ງຕັ້ງສະຫາຍ ພັທ ສົມມີ ຄິດທະໄຊ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕນແດນງາມ ແລະ ສະຫາຍ ພັທ ຄຳແຝງ ວີປະເສີດ ຈາກ ກອງບັນຊາການ ປກສ ເຂດ ໄປຮັບໜ້າທີໃໝ່ຢູ່ ລັດວິສາຫະກິດບໍລິການຄວາມປອດໄພ.

ຈາກນັ້ນ, ພັທ ຄໍາແຝງ ວີປະເສີດ ຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕນແດນງານ (ຜູ້ເກົ່າ) ແລະ ພັທ ສົມມີ ຄິດທະໄຊ ຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕນແດນງານ (ຜູ້ໃໝ່) ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:

ໃນວັນດຽວກັນ, ກອງບັນຊາການ ປກສ ເມືອງສິງ ກໍໄດ້ມີພິທີມອບ-ຮັບໜ້າທີ່ ລະຫວ່າງ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງສິງ (ຜູ້ເກົ່າ) ແລະ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ (ຜູ້ໃໝ່) ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ຄັ້ງນີ້ໂດຍ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ.

Visual Composer Website Builder