ປະຊາຊົນທີ່ຖືກຜົນກະທົບຈາກຟາມໄກ່ ເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ 100 ກວ່າຄອບ ຄົວ ລໍຖ້າພາກລັດຈັດສັນທີ່ດິນທົດແທນໃຫ້ບໍ່ໄຫວ ຈຶ່ງລົງປະຕິບັດຈັດສັນທີ່ດິນເອົາເອງຢູ່ເຂດບ້ານນາໂນ ເມືອງໄຊເສດຖາ. ນັບແຕ່ວັນທີ 1 ມີນາ ເປັນຕົ້ນມາ, ແຕ່ໄປບຸກເບີກຖືກເຈົ້າຂອງທີ່ດິນທີ່ມີໃບຕາດິນຂອບທອງ ຈຶ່ງມີ ການຕໍ່ວ່າກັນຢ່າງຮຸນແຮງ ຍິ່ງກວ່ານັ້ນມີການເອົາປືນອອກມາຍິງຂູ່ກັນ; ເຊິ່ງບັນຫານີ້, ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງເລັ່ງຫາວິທີແກ້ໄຂໂດຍດ່ວນ ກ່ອນເລື່ອງຈະບານປາຍ.

ທ່ານ ດວງຕາ ຈັນທະລັດ ນາຍບ້ານໆນາໂນ ເມືອງໄຊເສດຖາ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 18 ມີນາ 2019 ວ່າ: ມີປະຊາຊົນຈໍານວນໜຶ່ງທີ່ໄດ້ຮັບຜົນກະທົບຈາກການຈັດສັນຈາກຟາມໄກ່ເຂດດົງໂດກ ເມືອງໄຊທານີ ທີ່ຖືກຍົກຍ້າຍແຕ່ປີ 2012, ເຊິ່ງມີຫຼາຍຄອບຄົວບໍ່ມີທີ່ຢູ່ອາໄສລໍຖ້າພາກສ່ວນທີ່ກ່ຽວ ຂ້ອງຈັດສັນໃຫ້ ແຕ່ພວກເຂົາລໍຖ້າແລ້ວຖ້າອີກ.

ຮອດປັດຈຸບັນ, ກໍບໍ່ມີພາກສ່ວນໃດຮັບຜິດຊອບຕໍ່ຜູ້ທີ່ໄດ້ ຮັບຜົນກະທົບ. ຮອດວັນທີ 1 ມີນາ 2019, ພວກເຂົາໄດ້ພາກັນເຂົ້າໄປບຸກເບີກທີ່ດິນເອງດ້ວຍການເກັບເງິນແລ້ວຈ້າງລົດໄຖເຂົ້າບຸກເບີກ , ເຊິ່ງມີເນື້້ອທີ່ດິນພວກເຂົາບຸກເບິກມີປະມານ 17 ເຮັກຕາ ໃນເນື້້ອທີ່ດິນຈໍານວນດັ່ງກ່າວ ເປັນເນື້້ອທີ່ດິນຂອງທະຫານກອງ 988 ກະຊວງປ້ອງກັນປະທດ 5 ເຮັກຕາ, ດິນຈັດສັນ 7 ເຮັກຕາ ແລະ ດິນທີ່ ມີໃບຕາດິນຂອບທອງຖືກຕ້ອງຕາມກົດໝາຍ ມີ 18 ຕອນຈໍານວນ 5 ເຮັກຕາ. ແຕ່ພວກເຂົາພັດບຸກເບີກກວມເອົາຈໍານວນ 5 ເຮັດຕາ ທີ່ມີໃບຂອບທອງ ເຮັດໃຫ້ເຈົ້າຂອງທີ່ດິນເກີດມີຄວາມບໍ່ພໍໃຈກັບຜູ້ບຸກເບີກຈົນມີປາກສຽງຜິດຖຽງກັນ ເຖິງຂັ້ນບາງຄົນເອົາປືນອອກມາຍິງຂູ່ກັນ ເຮັດເກີດມີສຽງວິພາກວິຈານໃນສັງຄົມ.

ປະຊາຊົນໜຶ່ງໃນຜູ້ບຸກເບີກກ່າວວ່າ: ນັບແຕ່ມື້ຖືກຍົກຍ້າຍວັນທີ 3 ສິງຫາ 2012, ປະຊາຊົນຫຼາຍຄອບຄົວຂາດທີ່ຢູ່ອາໄສ ໄດ້ໄປອາໄສຢູ່ກັບພີ່ນ້ອງພາຍໃນນະຄອນຫຼວງວຽງຈັນ, ເຊິ່ງໄດ້ລໍຖ້າມາເກືອບ 8 ປີແລ້ວ. ແຕ່ກໍບໍ່ໄດ້ຮັບການແກ້ໄຂ ເມື່ອເປັນແນວນັ້ນຈຶ່ງພາກັນຈັດສັນເອງກ່ອນເຂົ້າມາບຸກເບີກໄດ້ເຊີນເອົານາຍບ້ານນາໂນ ເຂົ້າມາອະທິບາຍໃຫ້ວ່າ: ທີ່ດິນຕອນໃດຖືກຂອງບຸກຄົນ, ຕອນໃດບ່ອນຈັດສັນ ແຕ່ນາຍບ້ານກໍບໍ່ເຂົ້າໄປເບິ່ງ ແລະ ບໍ່ ມີການຕິດຕໍ່ພົວພັນເລີຍ. ດັ່ງນັ້ນ, ຈຶ່ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຊ່ວຍແກ້ໄຂບັນຫານີ້ໃຫ້ກັບປະຊາ ຊົນຜູ້ທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ເພາະປະຊາຊົນຂາດທີ່ຢູ່ອາໄສໃນປັດຈຸບັນນີ້.