ພັກ ແລະ ລັດຖະບານ ໄດ້ສຸມໃສ່ການປັບປຸງແກ້ໄຂຊີວິດຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ ໂດຍສະເພາະໄດ້ກໍ່ສ້າງ, ປັບປຸງຂະຫຍາຍພື້ນຖານໂຄງລ່າງເສດຖະກິດ ເພື່ອເຮັດໃຫ້ພໍ່-ແມ່ປະຊາຊົນມີວຽກເຮັດງານທໍາ, ໂດຍສະເພາະໂຄງການຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານ; ເຊິ່ງມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ບັນດາເຂດຈຸດສຸມ ເພື່ອ ພັດທະນາ, ລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນຫຼຸດໜ້ອຍຖອຍລົງເທື່ອລະກ້າວໃນເຂດຊົນນະບົດຫ່າງໄກສອກຫຼີກ, ພາຍຫຼັງທີ່ໂຄງການດັ່ງກ່າວເຂົ້າມາຈັດຕັ້ງປະຕິບັດໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວທີ່ທຸກຍາກທີ່ສຸດດີຂຶ້ນເທື່ອລະກ້າວ, ຄຽງຄູ່ກັນນີ້ ຍັງມີປະຊາຊົນລາວຈໍານວນໜຶ່ງຍັງບໍ່ທັນຫຼຸດພົ້ນອອກຈາກຄວາມທຸຸກຍາກ ຍັງພົບເຫັນຂໍທານຢູ່ຕາມຕົວເມືອງໃຫຍ່ ແລະ ຈຸດທ່ອງທ່ຽວທີ່ມີຄົນຕ່າງປະເທດ ຫຼື ເວົ້າໄດ້ຢ່າງໜຶ່ງວ່າໂຄງການຫຼຸດຜ່ອນຄວາມທຸກຍາກຂອງລັດຖະບານຍັງບໍ່ທັນທົ່ວເຖິງພໍ່ແມ່ປະຊາຊົນ ຫຼື ຜູ້ກ່ຽວເອງຂີ້ຄ້ານທໍາມາຫາກິນເພີ່ມພູນຜະລິດຜົນ ແລະອື່ນໆ.

ໃນໄລຍະນີ້, ປະກົດວ່າເຫັນຄົນຂໍທານຢູ່ຕາມຕົວເມືອງໃຫຍ່ໃນນະຄອນຫຼວງວຽງຈັນ, ເຊິ່ງພົບເຫັນໃນເຂດວົງວຽນນໍ້າພຸ ແລະ ຕາມເສັ້ນທາງແຄມນໍ້າຂອງໃນຍ່ານໃຈກາງເທດສະບານ ນະຄອນຫຼວງວຽງຈັນ ເປັນເຂດທີ່ມີຄົນຂໍທານຫຼາຍຍ່າງຜ່ານໄປມາ ແລະ ນັ່ງຢາຍກັນຢູ່ເພື່ອຖ້າຂໍເງິນ ແລະ ອາຫານນໍາບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເຊິ່ງສ້າງພາບພົດອັນບໍ່ງາມ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ໃນຂະນະທີ່ໜ່ວຍງານຮັບຜິດຊອບຍອມຮັບວ່າມີຄວາມລໍາບາກຫຼາຍໃນການແກ້ໄຂບັນຫານີ້ຍ້ອນຫຼາຍສາເຫດ,
ຄົນຂໍທານເຫຼົ່ານີ້ມີທັງຍິງ, ຊາຍ, ຜູ້ໃຫຍ່ ແລະ ເດັກນ້ອຍທີ່ມີທັງຮ່າງ ກາຍແຂງແຮງ, ສົມບູນ, ພິການ ແລະ ບ້າໃບ້ເສຍຈິດ, ບັນຫາຄົນຂໍທານນອກ ຈາກສ້າງພາບພົດບໍ່ດີໃຫ້ແກ່ປະເທດ ຊາດ ແລ້ວອາດຈະສົ່ງຜົນກະທົບໃຫ້ ແກ່ບັນນຍາກາດການທ່ອງທ່ຽວລາວ-ຈີນ ທີ່ກໍາລັງເປີດປີທ່ອງທ່ຽວໃນເດືອນມັງກອນ 2019 ຜ່ານມານີ້ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາປະເທດລາວໃຫ້ຫຼາຍຂຶ້ນທັງເປັນການສ້າງລາຍໃຫ້ຜູ້ ປະກອບການ ແລະ ປະເທດຊາດ, ຖ້າຍັງປ່ອຍປະໃຫ້ດໍາເນີນຕໍ່ໄປອາດເປັນ ການທໍາລາຍບັນຍາກາດທ່ອງທ່ຽວໄດ້.

ໃນໄລຍະຜ່ານມາ, ພາກສ່ວນກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ໄດ້ມີ ການແກ້ໄຂບັນຫາດັ່ງກ່າວດ້ວຍຫຼາຍ ຮູບການ ແຕ່ຄົນຂໍທານເຫຼົ່ານີ້ຍັງກັບມາຂໍທານ ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງ ຂາດຕົວ ເນື່ອງຈາກພວກກ່ຽວມີຄວາມ ກຽດຄ້ານ, ບໍ່ມັກອອກແຮງງານເຮັດການ ຜະລິດພັດທະນາຄອບຄົວ, ຄົນຂໍທານປະເພດນີ້ສ່ວນໃຫຍ່ແມ່ນມາເປັນຄອບ ຄົວມີທັງຜູ້ອາຍຸສູງ, ແມ່ຍິງ ແລະ ເດັກ ນ້ອຍພາກັນຍ່າງເລາະຂໍທານຕາມສາຍທາງຕ່າງໆໃນຕົວເມືອງ ຕົກແລງມາກໍ ເຕົ້າໂຮມກັນຢູ່ສວນສາທາລະນາ, ວັດ ແລະ ສະຖານທີ່ຕ່າງໆ.

ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານສະຫວັດດີການ ແລະ ສັງຄົມ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການແກ້ໄຂບັນຫາຄົນຂໍທານຢູ່ນະຄອນຫຼວງວຽງຈັນ ໄດ້ສຸມ ໃສ່ຢ່າງຕັ້ງໜ້າ; ເຊິ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນຄະນະຮັບຜິດຊອບແກ້ໄຂຄົນຂໍທານ; ໃນປີຜ່ານມາ, ໄດ້ນໍາເອົາຄົນຂໍທານ, ບ້າໄບ້ເສຍຈິດ ແລະ ເດັກນ້ອຍບໍ່ມີຜູ້ປົກຄອງໄປໄວ້ສູນສົງເຄາະນະຄອນຫຼວງວຽງຈັນ 300 ກວ່າຄົນ, ແຕ່ກໍຍັງພົບເຫັນຄົນຂໍທານ, ບ້າໃບ້ເສຍຈິດ ແລະ ອື່ນໆຍັງຫຼົງເຫຼືອຢູ່ ເນື່ອງຈາກວ່າມີຫຼາຍສາເຫດ ເປັນຕົ້ນກໍແມ່ນການປະສານງານລະຫວ່າງໜ່ວຍງານທີ່ກ່ຽວຂ້ອງຍັງບໍ່ສອດຄ່ອງ, ຂາດຢາທີ່ປິ່ນປົວ ພໍ, ບາງຄົນນໍາມາສົ່ງໂຮງໝໍບໍ່ມີຄົນເບິ່ງແຍງ, ການເກັບກໍາປະຫວັດມີຄວາມຫຍຸ້ງຍາກລວມໄປເຖິງງົບປະມານມີຈໍານວນຈໍາກັດ.

ພາກສ່ວນກ່ຽວຂ້ອງຍອມຮັບວ່າ: ການແກ້ໄຂບັນຫາດັ່ງກ່າວໃຫ້ຕົກໄປຢ່າງເດັດຂາດນັ້ນ, ຍັງມີຄວາມຫຍຸ້ງຍາກຫຼາຍ ເພາະວ່າບາງຈໍານວນພາຍຫຼັງທີ່ຖືກອົບຮົມ ແລະ ຖືກສົ່ງກັບຄືນຖິ່ນ ຖານເດີມແລ້ວ ອີກບໍ່ດົນຊໍ້າພັດກັບຄືນມາຂໍທານຄືນ. ບາງຈໍານວນ, ເມື່ອລະດູການຜະລິດສິ້ນສຸດລົງກໍພາກັນເລາະ ຂໍທານຕາມຕົວເມືອງຄືນໃໝ່ຈົນກາຍເປັນປະເພນີ. ໜ່ວຍງານດັ່ງກ່າວໄດ້ສະເໜີວ່າ: ຖ້າຈະເຮັດໃຫ້ບັນຫາຄົນຂໍທານຫຼຸດລົງທັງໃນສະເພາະໜ້າ ແລະ ຍາວນານ ຕ້ອງໃຫ້ມີການຮ່ວມມືຈາກຫຼາຍພາກສ່ວນຂອງສັງຄົມ, ພ້ອມທັງສ້າງຄະນະຮັບຜິດຊອບວຽກງານດັ່ງກ່າວ, ປະກອບພາຫະນະ ແລະ ເພີ່ມງົບປະມານແກ່ຄະນະກຳມະການແກ້ໄຂຄົນຂໍທານ. ນອກຈາກນີ້, ຄວນຊອກຫາອາຊີບທີ່ໝັ້ນຄົງ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ທັງເປັນການ ແກ້ໄຂບັນຫາຂໍທານຢ່າງຂາດຕົວ.

ຕໍ່ສະພາບການດັ່ງກ່າວ, ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂຢ່າງເດັດຂາດ, ມອບໃຫ້ອໍານາດການປົກຄອງທ້ອງຖິ່ນສຶກສາອົບຮົມເຂົາເຈົ້າເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ທັງປຸກລະດົມໃຫ້ພວກເຂົາຮູ້ເຖິງຄວາມສໍາຄັນຂອງການອອກແຮງງານເພີ່ມພູນຜະລິດຜົນ, ເຮັດການຜະລິດເປັນອາຫານ ແລະ ສິນຄ້າ ເພື່ອສ້າງລາຍຮັບໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ.