ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານວິຊາສະເພາະຕຳຫຼວດ 3 ແຂວງ ຄື: ແຂວງອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ຄັ້ງທີ II ໄດ້ຈັດຂຶ້ນໃນຕົ້ນເດືອນມີນາ 2019 ນີ້ ຢູ່ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ, ເປັນປະທານໂດຍສະຫາຍ ພັທ ຄຳແຮ ກັນທະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ເຂົ້າຮ່ວມມີ ຄະນະພັກ, ຄະນະກອງບັນຊາການ, ບັນດາຫ້ອງ, ກອງບັນຊາການ ປກສ ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ສອນວິໄລ ຕຸລາທອງ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງອຸດົມໄຊ ຕາງໜ້າຄະນະພັກ-ຄະນະຫ້ອງຕຳຫຼວດ ທັງສາມແຂວງ ຂຶ້ນຜ່ານບົດສະຫຼຸບຕີລາຄາ ການພົວພັນຮ່ວມມືວຽກງານ ວິຊາສະເພາະຕຳຫຼວດ ຄັ້ງທີ I ທີ່ໄດ້ຈັດຂຶ້ນຢູ່ ແຂວງຫຼວງນ້ຳທາ ໃນປີຜ່ານມາ ໂດຍຍົກໃຫ້ເຫັນສະພາບທີ່ພົວພັນເຖິງວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ດັ່ງນີ້:

ເປັນປະທານໂດຍສະຫາຍ ພັທ ຄຳແຮ ກັນທະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ

ໃນປີຜ່ານມາ, ມີບຸກຄົນ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງ ຍັງສືບຕໍ່ກໍ່ອາຊະຍາກຳປະເພດຕ່າງໆ ດ້ວຍຫຼາຍຮູບແບບ, ສ້າງຄວາມເສຍຫາຍຕໍ່ຊີວິດ, ສຸຂະພາບ, ຊັບສົມບັດຂອງລັດ, ຂອງລວມໝູ່ ແລະ ຂອງພົນລະເມືອງ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ສະແດງອອກຄື:

  • ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ມ້າງ ແລະ ແກ້ໄຂເປົ້າໝາຍຢາເສບຕິດ ໄດ້ 131 ເລື່ອງ, ກັກຜູ້ຖືກຫາ ໄດ້ 175 ຄົນ ຍິງ 30 ຄົນ ໃນນີ້ມີຄົນຕ່າງປະເທດ 9 ຄົນ;
  • ແຂວງຫຼວງນ້ຳທາ ມ້າງ ແລະ ແກ້ໄຂເປົ້າໝາຍຢາເສບຕິດ ໄດ້ 103 ເລື່ອງ, ກັກຜູ້ຖືກຫາ ໄດ້ 144 ຄົນ ຍິງ 11 ຄົນ ໃນນີ້ມີຄົນຕ່າງປະເທດ 5 ຄົນ;
  • ກອງບັນຊາການ ປກສ ແຂວງບໍ່ແກ້ວ ມ້າງ ແລະ ແກ້ໄຂເປົ້າໝາຍ ໄດ້ 201 ເລື່ອງ, ກັກຜູ້ຖືກຫາ ໄດ້ 217 ຄົນ ຍິງ 26 ຄົນ ໃນນີ້ມີຄົນຕ່າງປະເທດ 13 ຄົນ.
ຜ່ານບົດສະຫຼຸບຕີລາຄາ ການພົວພັນຮ່ວມມືວຽກງານ ວິຊາສະເພາະຕຳຫຼວດ ຄັ້ງທີ I

ເດັ່ນກວ່າໝູ່ແມ່ນ ການລັກຊັບຂອງພົນລະເມືອງ, ປຸ້ນຈີ້ຊິງຊັບ, ຄາດຕະກໍາ, ໂຈລະກຳຂໍ້ມູນ ແລະອື່ນໆ.

ສ່ວນສະພາບອຸບັດຕິເຫດຕາມທ້ອງຖະໜົນ ທັງ 3 ແຂວງ ເກີດຂຶ້ນທັງໝົດ 531 ຄັ້ງ, ກັກຕົວຜູ້ຖືກຫາ 29 ຄົນ;

ໃນນີ້ມີຄະດີຄ້າງ 32 ເລື່ອງ, ຄະດີເກີດຂຶ້ນໃໝ່ 499 ເລື່ອງ, ພາຫະນະເປເພ່ທັງໝົດ 861 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 913 ຄົນ, ເສຍຊີວິດ 47 ຄົນ.

ສຳລັບສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ສ່ວນຫຼາຍແມ່ນ ແລ່ນລົດບໍ່ແນບຂວາ ແລະ ບໍ່ປ່ອຍສິດໃຫ້ກັນແລະກັນ.

ເຂົ້າຮ່ວມມີ ຄະນະພັກ, ຄະນະກອງບັນຊາການ, ບັນດາຫ້ອງ, ກອງບັນຊາການ ປກສ ເມືອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ

ນອກນັ້ນ, ປີຜ່ານມາ, ປກສ ແຂວງອຸດົມໄຊ ຍັງພົບການກໍ່ອາຊະຍາກຳປະເພດຕ່າງໆ ລວມ 280 ເລື່ອງ, ກັກຜູ້ຖືກຫາມາດຳເນີນຄະດີ 312 ຄົນ ຍິງ 46 ຄົນ, ຫຼວງນ້ໍ້າທາ ພົບການກໍ່ອາຊະຍາກໍາ ລວມ 430 ເລື່ອງ, ກັກຜູ້ຖືກຫາມາດຳເນີນຄະດີ 483 ຄົນ ຍິງ 44 ຄົນ ແລະ ປກສ ແຂວງບໍ່ແກ້ວ ພົບການກໍ່ອາຊະຍາກຳປະເພດຕ່າງໆ ລວມ 458 ເລື່ອງ, ກັກຕ້ອງຫາມາດຳເນີນຄະດີ ໄດ້ 402 ຄົນ ຍິງ 38 ຄົນ.