ກອງປະຊຸມພົບປະລະຫວ່າງ ຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ ແລະ ແຂວງເຊີນລາ ສສ ຫວຽດນາມ ໃນວັນທີ 12 ມີນາ, ທີ່ແຂວງເຊີນລາ ສສ ຫວຽດນາມ, ເພື່ອສືບຕໍ່ເພີ່ມທະວີການຮ່ວມມືຄະນະຜູ້ແທນແຂວງໄຊຍະບູລີ ຝ່າຍລາວນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ແລະ ຝ່າຍແຂວງເຊີນລາ ນໍາໂດຍທ່ານ ຮວາງ ວັນເຈີດ ປະທານສະພາປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະທັງສອງແຂວງເຂົ້າຮ່ວມ.

ໃນກອງປະຊຸມ, ການນໍາຂອງທັງສອງແຂວງແມ່ນໄດ້ລາຍງານສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງ ຄົມ, ໂດຍແຂວງເຊີນລາ ລະດັບການຂະຫຍາຍຕົວຂອງເສດຖະກິດລວມຍອດຜະລິດຕະພັນບັນລຸ 8,59%, ລາຍຮັບງົບປະມານພາຍໃນແຂວງບັນລຸ 5.030 ຕື້ດົງ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 38 ລ້ານດົງຕໍ່ຄົນຕໍ່ປີ, ສໍາລັບແຂວງໄຊຍະບູລີ ແມ່ນອີງໃສ່ 3 ທ່າແຮງຕົ້ນຕໍໃນການພັດທະນາ ເປັນຕົ້ນແມ່ນດ້ານກະສິກໍາ ແລະ ປ່າໄມ້, ຕິດພັນກັບການປຸງແຕ່ງ, ດ້ານອຸດສາຫະກໍາໄຟຟ້າ ແລະ ດ້ານການບໍລິການດ້ານການຄ້າ, ການທ່ອງທ່ຽວ, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວລະດັບ 8,7% ລວມ ຍອດຜະລິດຕະພັນພາຍໃນບັນລຸໄດ້ 9,555 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງເທົ່າກັບ 2.510 ໂດລາສະຫະລັດ, ລາຍຮັບຂອງແຂວງລວມທັງພູດສູນກາງປະຕິ ບັດໄດ້ 863,30 ຕື້ກີບ. ໂອກາດດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວຂອບໃຈຕໍ່ການນໍາຂອງແຂວງເຊີນລາ ທີ່ໄດ້ໃຫ້ການຊ່ວຍເຫຼືອແຂວງ ເປັນຕົ້ນແມ່ນຊ່ວຍສ້າງອາຄານການຮຽນ-ການສອນ ແລະ ສ້າງຊັບພະ ຍາກອນມະນຸດ.

ການພົບປະຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍໄດ້ພ້ອມກັນຕີລາຄາສະພາບການພົວພັນຮ່ວມມືໃນສົກປີ 2016-2018 ຜ່ານມາ ແລະ ກໍານົດແຜນການຮ່ວມມືສົກປີ 2019-2021 ແລະ ເປັນເອກະພາບກັນຮ່ວມມືກັນດ້ານ ຂົງເຂດການເມືອງ, ກະສິກໍາ ແລະ ປ່າໄມ້, ການຄ້າ ແລະ ການລົງທຶນ, ການສົມທົບທຶນເພື່ອການກໍ່ສ້າງ ພື້ນ ຖານໂຄງລ່າງ, ຂົງເຂດການສຶກສາ ແລະ ຊັບພະຍາກອນມະນຸດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໂດຍມອບໃຫ້ພະແນກການທີ່ກ່ຽວຂ້ອງຂອງທັງສອງແຂວງຮ່ວມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນເປັນກ້າວໆ ແລະ ໄດ້ລົງນາມເຊັນສັນຍາສືບຕໍ່ຮ່ວມມືນຳກັນອີກ.