ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບ ຮອບ 58 ປີ (5 ເມສາ 1961-5 ເມສາ 2019) ໃນວັນທີ 18 ມີນາຜ່ານມາ, ປາຖະກະຖາໂດຍ ພັອ ສົມລິດ ດາວຮຸ່ງສຸລິ ຫົວໜ້າກົມຕໍາ ຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ພະແນກ ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມ.

ພັອ ສົມລິດ ດາວຮຸ່ງສຸລິ ໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ, ການຕໍ່ສູ້ຕີເອົາໄຊຊະນະຈາກພວກຈັກກະພັດຕ່າງດ້າວຜູ້ຮຸກຮານ, ມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ນັບແຕ່ປີ 1893 ທີ່ລາວຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນຝຣັ່ງ, ປະຊາຊົນລາວໄດ້ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ. ຈາກນັ້ນ, ປະຊາຊົນລາວຈຶ່ງໄດ້ພ້ອມພາກັນລຸກຮື້ຂຶ້ນຕໍ່ສູ້ຕ້ານພວກສັດຕູຢ່າງອົງອາດກ້າຫານເປັນຂະບວນຢ່າງຕໍ່ເນື່ອງ. ມາຮອດປີ 1934, ອົງຄະນະພັກແຄວ້ນລາວກໍໄດ້ຮັບການສ້າງຕັ້ງຂຶ້ນ ເມື່ອມີພັກນຳພາການຕໍ່ສູ້ຂອງປະຊາຊົນ ນັບມື້ນັບໄດ້ຮັບໄຊຊະນະເປັນກ້າວໆ ພັກເຮົາໄດ້ນຳພາປວງຊົນລຸກຮື້ຂຶ້ນຢຶດອຳນາດ, ຍາດເອົາອຳນາດການປົກຄອງໃນທົ່ວປະເທດ ຈາກພວກສັດຕູ ແລະ ປະກາດ ຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກໃນວັນທີ 12 ຕຸລາ 1945. ໃນໄລຍະຕໍ່ມາ, ເມື່ອຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະຕິວັດ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ, ບັນດານັກຄອມດູນິດລາວ ແລະ ໄດ້ເປີດກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດສ້າງຕັ້ງພັກປະຕິວັດ (ພັກປະຊາຊົນປະຕິວັດ ລາວໃນປັດຈຸບັນ) ຂຶ້ນໃນວັນທີ 22 ມີນາ 1955.

ຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ; ເຊິ່ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ເມສາ 1961 ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານພາຍໃຕ້ຄັນທຸງ ປະຕິວັດ ແລະ ຄວາມໄວ້ເນື້ອເຊື່ອໃຈເປັນກຳລັງທີ່ຢືນຢູ່ແຖວໜ້າໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງຂອງຊາດ, ສະກັດກັ້ນຕ້ານກົນອຸບາຍມ້າງເພ, ແບ່ງແຍກສ້າງຄວາມປັ່ນປວນກໍ່ຄວາມບໍ່ສະຫງົບ ແລະ ການປະຕິບັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການປ້ອງກັນຜູ້ນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງ ກັນກອງປະຊຸມລະດັບຊາດ-ລະດັບສາກົນ ໃຫ້ມີຄວາມປອດໄພ; ເຊິ່ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດຂອງພັກ ທີ່ໄດ້ສືບທອດມູນເຊື້ອອັນພິລະອາດຫານບໍ່ຍອມຈຳນົນ, ຍາມໃດກໍເດັດດ່ຽວໜຽວແໜ້ນ ມີຄວາມອາດຫານບໍ່ຫວັ່ນໄຫວ, ບໍ່ຄອນແຄນຕໍ່ອຸປະສັກໃດໆ, ມີໄຫວພິບເພື່ອຕີເອົາຊະນະສັດຕູຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງສູ້ຮົບກໍ່ຍິ່ງມີໄຊຊະນະເປັນກ້າວໆ ສາມາດຕີເອົາຊະນະຈັກກະພັດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ.