ເຈົ້າເມືອງໆກາສີ ລົງຕິດຕາມຊຸກຍູ້ ໂຄງການສ້າງຝາຍຊົນລະປະທານ ນໍ້າກາຍ

0
1309
ທ່ານ ວຽງໄຊ ວົງວິໄຊ ທີ່ປຶກສາຂອງໂຄງການ ເປັນຜູ້ນຳພາສຳຫຼວດຄວາມຄືບໜ້າຂອງການກໍ່ສ້າງຝາຍ, ຄອງເໝືອງ ແລະ ສຳຫຼວດຂອບເຂດເນື້ອທີ່ນາ

ໄລຍະບໍ່ດົນມານີ້, ທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງໆກາສີ ພ້ອມດ້ວຍ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພາຍໃນເມືອງ ໄດ້ລົງຕິດຕາມຊຸກຍູ້ ໂຄງການກໍ່ສ້າງຝາຍຊົນລະປະທານ ນ້ຳກາຍ 1, 2, 3 ແລະ 4 ທີ່ ກົມຊົນລະປະທານ ເປັນເຈົ້າຂອງໂຄງການ, ໂດຍມີ ທ່ານ ວຽງໄຊ ວົງວິໄຊ ທີ່ປຶກສາຂອງໂຄງການ ເປັນຜູ້ນຳພາສຳຫຼວດຄວາມຄືບໜ້າຂອງການກໍ່ສ້າງຝາຍ, ຄອງເໝືອງ ແລະ ສຳຫຼວດຂອບເຂດເນື້ອທີ່ນາ.

ທ່ານ ວຽງໄຊ ວົງວິໄຊ ໄດ້ລາຍງານໃຫ້ຮູ້ວ່າ:

ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຄຸມງານໂດຍ ສູນສຳຫຼວດອອກແບບຊົນລະປະທານ

ຝາຍດັ່ງກ່າວແມ່ນ ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຄຸມງານໂດຍ ສູນສຳຫຼວດອອກແບບຊົນລະປະທານ;

ສຳລັບທຶນໃນການກໍ່ສ້າງທັງໝົດແມ່ນ 66,64 ຕື້ກ່ວາກີບ ໂດຍແມ່ນທຶນຂອງລັດທັງໝົດ, ສ່ວນໄລຍະການກໍ່ສ້າງແມ່ນ 4 ປີ ເຊິ່ງໄດ້ເລີ່ມກໍ່ສ້າງມາແຕ່ປີ 2015 ແລະ ສໍາເລັດແລ້ວ 60,67% ໃນເນື້ອທີ່ 686 ເຮັກຕາ ໂດຍຄາດຄະເນຈະໃຫ້ສຳເລັດ 100% ໃນທ້າຍປີ 2019 ນີ້ ເຊິ່ງຈະສາມາດຊົມໃຊ້ນ້ຳ ໃນລະດູຝົນ ໄດ້ຈຳນວນ 215 ເຮັກຕາ.

ໃຊ້ທຶນໃນການກໍ່ສ້າງທັງໝົດແມ່ນ 66,64 ຕື້ກ່ວາກີບ ໂດຍແມ່ນທຶນຂອງລັດທັງໝົດ

ໃນໂອກາດດັ່ງກ່າວນີ້, ທ່ານເຈົ້າເມືອງໆກາສີ ຍັງກ່າວວ່າ: ການກໍ່ສ້າງຝາຍຊົນລະປະທານ ນ້ຳກາຍ ນີ້ ກໍເພື່ອເຮັດໃຫ້ການຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ ມີຄວາມສະດວກສະບາຍ, ສາມາດນຳໃຊ້ນ້ຳເຂົ້າໃນການຜະລິດໄດ້ ຕາມລະດູການ, ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນດີຂຶ້ນ ແລະ ເປັນພື້ນຖານໂຄງລ່າງ ໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງກາສີ ອີກດ້ວຍ.