ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໆໄຊເສດຖາ

ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໆໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 19 ມີນານີ້ວ່າ: ບັນຫາປະຊາຊົນບຸກເບີກທີ່ດິນເອງຢູ່ບ້ານນາໂນ ຄະນະຮັບຜິດ ຊອບຈັດສັນທີ່ດິນກໍາລັງປຶກສາຫາລືກັນ ພ້ອມທັງຈັດສັນໃຫ້ປະຊາຊົນທີ່ຖືກຜົນກະທົບໃຫ້ສໍາເລັດຕາມກໍານົດເວລາ 30 ວັນ. ແຕ່ປັດຈຸບັນ, ແມ່ນໃຫ້ປະຊາຊົນຢຸດເຊົາກ່ອນ, ຖ້າບໍ່ຢຸດອາດຖືກດໍາເນີນຄະດີ ເພາະໄປບຸກລຸກກໍາມະສິດຂອງຄົນອື່ນ.

ທ່ານຮອງເຈົ້າເມືອງໆໄຊເສດຖາ ກ່າວວ່າ: ຕໍ່ກັບສະພາບການທີ່ ກີດຂຶ້ນຢູ່ເຂດບ້ານນາໄຫ-ນາໂນ ເມືອງໄຊເສດຖາ ໃນ 2-3 ວັນທີ່ຜ່ານມາ, ສາເຫດທີ່ເກີດຂຶ້ນແມ່ນປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການຈັດສັນຟາມໄກ່ ເຂດດົງໂດກ ເມືອງໄຊທານີ, ເຊິ່ງປະຊາຊົນໄດ້ຮີບຮ້ອນໄປບຸກເບີກເອງ ໂດຍບໍ່ໄດ້ຮັບຮູ້ຈາກຄະນະກໍາມະການ ຈັດສັນທີ່ດິນ ແລະ ປະຊາຊົນແມ່ນຍັງບໍ່ຮູ້ຈຸດທີ່ຕັ້ງຂອງດິນຈັດສັນແມ່ນຢູ່ຈຸດໃດແທ້ ແລະ ໄດ້ລົງມືບຸກເບີກມາແຕ່ວັນທີ 1 ມີນາ ເປັນຕົ້ນມາ; ໃນຄວາມເປັນຈິງເນື້ອທີ່ດິນທີ່ກໍານົດຈັດສັນແມ່ນ 7 ເຮັກຕາ. ແຕ່ປະຊາຊົນພັດບຸກເບີກກວມເອົາທີ່ດິນຂອງບຸກຄົນທີ່ມີກໍາມະສິດຖືກຕ້ອງຕາມກົດໝາຍ ເຮັດໃຫ້ມີການຜິດຖຽງກັນຢ່າງຮຸນ ແຮງ.

ປັດຈຸບັນ, ປະຊາຊົນແມ່ນມີການບຸກເບີກເອງໄປແລ້ວຈໍານວນ 15 ເຮັກຕາ. ໃນນີ້, ໄດ້ໄປຖືກດິນຂອງ ປກສ (ດິນລວມ) ຈໍານວນ 5 ເຮັກຕາ, 5 ເຮັກຕາແມ່ນຖືກຂອງປະຊາຊົນທີ່ມີໃບຕາດິນຂອບທອງແລ້ວ, ເຊິ່ງທີ່ດິນຈັດສັນແມ່ນມີພຽງ 7 ເຮັກຕາທີ່ເມືອງໄດ້ອອກສິດຈັດສັນໃຫ້ໃນປີ 2004 ເພື່ອໃຫ້ປະຊາຊົນ-ພະນັກ ງານ ແລະ ຜູ້ທີ່ຖືກຜົນກະທົບໃນເມື່ອກ່ອນທີ່ເຫັນວ່າເປັນໄປໄດ້ ໂດຍໃຫ້ທໍາການປຸກສ້າງ ຫຼື ພັດທະນາສະ ເພາະ. ສຳລັບປະຊາຊົນ-ພະນັກງານທີ່ຍັງບໍ່ທັນໄດ້ທໍາການບຸກເບີກ ຫຼື ພັດທະນາດິນດັ່ງກ່າວແມ່ນລັດຖະບານຈະໄດ້ເກັບກູ້ຄືນ. ມາຮອດປີ 2014 ທີ່ດິນດັ່ງກ່າວແມ່ນໄດ້ຖືກລົບລ້າງ.

ໄລຍະຜ່ານມາ, ທາງຄະນະພັກ-ລັດຖະບານ ແລະ ຄະນະຈັດຕັ້ງສະເພາະກິດ ກໍໄດ້ລົງຕິດຕາມກວດກາດິນລັດຄຸ້ມຄອງຢູ່ເຂດດັ່ງກ່າວ ເພື່ອເກັບກໍາຂໍ້ມູນ ແລະ ຄົ້ນຄວ້າການຈັດສັນໃຫ້ປະຊາຊົນທີ່ຖືກຜົນກະທົບ ເນື່ອງ ຈາກວ່າເນື້ອທີ່ດິນເຂດດັ່ງກ່າວມີທັງດິນລັດ ແລະ ດິນປະຊາຊົນທີ່ມີໃບຕາດິນຖືກຕ້ອງແລ້ວ. ມາຮອດວັນທີ 1 ມີນາ ມີປະຊາຊົນຈໍານວນໜຶ່ງພາກັນນໍາໃຊ້ລົດບຸກເບີກເອງ. ໃນວັນທີ 4 ມີນາ 2019 ແມ່ນອອກແຈ້ງການໃຫ້ປະຊາຊົນຢຸດການບຸກເບີກທີ່ດິນເຂດດັ່ງກ່າວ ແຕ່ກໍບໍ່ໄດ້ຮັບຄວາມຮ່ວມມື ຈຶ່ງກໍ່ໃຫ້ເກີດມີບັນຫາຕາມມາພາຍ ຫຼັງ. ຢ່າງໃດກໍຕາມ, ຄະນະຮັບຜິດຊອບສະເພາະກິດກໍາລັງປຶກສາຫາລືກັນ ເພື່ອຫາວິທີແກ້ໄຂໂດຍດ່ວນຕາມ ແຜນການແມ່ນຈະໃຫ້ສໍາເລັດພາຍໃນ 30 ວັນ.