ຊາວໜຸ່ມກົມ 501 ຮັບເຄື່ອງກິລາ ຈາກດ່ານ ຕມ ສະໜາມບິນສາກົນວັດໄຕ

ວັນທີ 18 ມີນາ 2019, ຊາວໜຸ່ມກົມໃຫຍ່ການເມືອງ (ກົມ 501) ກະຊວງ ປກສ ຮັບເຄື່ອງກິລາຈາກ ດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ສະໜາມບິນສາກົນວັດໄຕ, ກ່າວມອບໂດຍ ພັຕ ຄຳພຽງ ສາລາພູວັນ ຮອງຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ແລະ ກ່າວຮັບໂດຍ ພັທ ປອ. ວຽງໄຊ ທຳມະສິດ ເລຂາຄະນະບໍລິຫານງານຊາວໜຸ່ມ ກົມ 501, ມີບັນດາຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ພັຕ ຄຳພຽງ ສາລາພູວັນ ກ່າວວ່າ:

ເຄື່ອງກິລາທີ່ນຳມາມອບໃນຄັ້ງນີ້ ແມ່ນເປັນການປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນກິລາອ້ອມຂ້າງ ກະຊວງ ປກສ ເພື່ອຕ້ອນຮັບ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ໃຫ້ມີບັນຍາກາດຟົດຟື້ນ,

ເຊິ່ງປະກອບມີ: ເຄື່ອງກິລາຈຳນວນ 40 ຊຸດ ລວມມູນຄ່າ 2.800.000 ກີບ ແນໃສ່ເຮັດໃຫ້ຂະບວນການດັ່ງກ່າວ ມີຜົນສຳເລັດຢ່າງຈົບງາມ.

ໂອກາດດຽວກັນ, ພັທ ປອ. ວຽງໄຊ ທຳມະສິດ ຕາງໜ້າຄະນະຊາວໜຸ່ມ ກົມ 501 ໄດ້ມອບໃບກຽດຕິຄຸນ ພ້ອມທັງສະແດງຄວາມຂອບໃຈຕໍ່ ຮອງຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ພ້ອມຄະນະ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານຂະບວນການຄັ້ງນີ້, ເຊິ່ງເຄື່ອງກິລາດັ່ງກ່າວແມ່ນ ຈະນຳໃຊ້ເຂົ້າໃນຂະບວນການແຂ່ງຂັນກິລາຄັ້ງນີ້ ໃຫ້ໄດ້ຮັບໝາກຜົນສູງສຸດ.