ກອງບັນຊາການທະຫານ ນະຄອນຫຼວງວຽງ ຈັນ ( ນວ ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ຄະນະຜູ້ແທນຈາກ ນະຄອນເກີນເທີ ສສ ຫວຽດນາມ

ໃນວັນທີ 15 ມີນາ ຜ່ານມານີ້, ກອງບັນຊາການທະຫານ ນະຄອນຫຼວງວຽງ ຈັນ ( ນວ ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ຄະນະຜູ້ແທນຈາກ ນະຄອນເກີນເທີ ສສ ຫວຽດນາມ ນໍາພາໂດຍ ທ່ານ ເຈີ້ນກວັກຈຸງ ຫົວໜ້າສະມາຊິກສະພາແຫ່ງຊາດ ນະຄອນເກີນເທີ ພ້ອມດ້ວຍຄະນະ ແລະ ຕ້ອນຮັບໂດຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ.

ທ່ານ ເຈີ້ນກວັກຈຸງ ຫົວໜ້າສະມາຊິກສະພາແຫ່ງຊາດ ນະຄອນເກີນເທີ (ຊ້າຍ) – ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ຂວາ)

ໂອກາດນີ້, ພົຈວ ສີພອນ ຈັນສົມວົງ ຍັງໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ກັບ ການເຂົ້າຢ້ຽມຢາມຂອງ ຄະນະຜູ້ ແທນຈາກ ນະຄອນເກີນເທີ ສສ ຫວຽດນາມ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນແບບພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ; ພ້ອມທັງແລກປ່ຽນຄວາມຄິດເຫັນຫຼາຍດ້ານ ແລະ ກົງໄປ-ກົງມາ ຢ່າງສະໜິດແໜ້ນແບບອ້າຍນ້ອງ.

ສປປ ລາວ – ສສ ຫວຽດນາມ

ໃນໂອກາດມາຢ້ຽມຢາມຂອງ ທ່ານ ເຈີ້ນກວັກຈຸງ ໄດ້ມອບເງິນຊຸກຍູ້ຊ່ວຍເຫຼືອໃຫ້ ກອງບັນຊາການ ຈໍານວນ 20.000 ໂດລາສະຫະລັດ ເພື່ອເປັນການຊຸກຍູ້ເຂົ້າໃນວຽກງານວິຊາສະເພາະ ແລະ ສະໜັບສະໜູນເຂົ້າໃນການຊື້ວັດຖຸອຸປະກອນອື່ນໆ ໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວຂຶ້ນເລື້ອຍໆ.

ໃນຕອນທ້າຍ, ທ່ານຫົວໜ້າການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ກ່າວຄໍາຂອບໃຈຕໍ່ ທ່ານ ເຈີ້ນກວັກຈຸງ ທີ່ໄດ້ນໍາເອົາວັດຖຸປັດໄຈ ແລະ ເງິນຈໍານວນໜຶ່ງມາຊຸກຍູ້ຊ່ວຍເຫຼືອ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ. ພ້ອມນີ້, ກໍໄດ້ອວຍພອນໄຊອັນປະເສີດໃຫ້ທ່ານ ພ້ອມດ້ວຍຄະນະ ຈົ່ງມີພາລະນາໄມສົມບູນ, ປະຕິບັດໜ້າທີ່ວຽກງານ ໃຫ້ລຸລ່ວງດ້ວຍດີ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປອດໄພ.