ກອງປະຊຸມສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ແລະ ວຽກງານກົງຈັກການຈັດຕັ້ງຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະຈຳປີ 2018 ແລະ ທິດທາງແຜນການປີ 2019 ໄດ້ຈັດຂຶ້ນໃນວັນທີ 19 ມີນາ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ບຸນ ຈັນ ສິນທະວົງ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ.

ທ່ານ ລັນ ແສງອາພອນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ຍທຂ ຂຶ້ນຜ່ານບົດສະຫຼຸບວ່າ: ໃນ 1 ປີ ຜ່ານມາ, ຄະນະພັກໄດ້ຊີ້ນຳວຽກງານການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນຢູ່ບັນດາຮາກ ຖານພັກໃນອົງຄະນະພັກກະຊວງ ຍທຂ. ໃນນີ້, ສະແດງອອກ ຄື: ໄດ້ອອກບັດ-ມອບບັດໃຫ້ສະມາຊິກພັກສົມບູນໃນປີ 2018 ຢ່າງຕໍ່ເນື່ອງຕາມກົດລະບຽບພັກ ມີຈໍານວນ 37 ສະຫາຍ ຍິງ 16 ສະຫາຍ, ເອົາໃຈໃສ່ຂະຫຍາຍພັກເປັນປົກກະຕິ ສາມາດຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 43 ສະ ຫາຍ ຍິງ 11 ສະຫາຍ, ເລື່ອນສະມາຊິກພັກສຳຮອງເປັນສົມບູນ 80 ສະຫາຍ ຍິງ 33 ສະຫາຍ, ຍົກຍ້າຍ ມາຈາກອົງຄະນະພັກອື່ນ 46 ສະຫາຍ ຍິງ 2 ສະຫາຍ, ມີສະມາຊິກຍົກຍ້າຍມາຈາກອົງຄະນະພັກອື່ນ 46 ສະຫາຍ ຍິງ 2 ສະຫາຍ ຍົກຍ້າຍໄປອົງຄະນະພັກອື່ນ 70 ສະຫາຍ ຍິງ 3 ສະຫາຍ. ນອກນີ້, ຍັງໄດ້ຈັດຝຶກອົບຮົມວຽກງານຂະຫຍາຍພັກ ແລະ ວຽກງານກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານໄດ້ 2 ຊຸດ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ກະຊວງ ຍທຂ ຈະຕັ້ງໜ້າສຶກສາອົບຮົມແນວຄິດການເມືອງພະນັກງານ-ລັດຖະກອນໃຫ້ມີແນວຄິດເດັດດ່ຽວ-ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນດ້ານການກໍ່ສ້າງພັດທະນາພື້ນ ຖານໂຄງລ່າງດ້ານຄົມມະນາຄົມ, ຕ້ານສະກັດກັ້ນປະກົດການສໍ້ລາດບັງຫຼວງທຸກຮູບແບບ, ສືບຕໍ່ປະຕິບັດຕາມແບບແຜນວິທີນຳພາຕາມລະກົດລະບຽບພັກໃຫ້ເຂັ້ມງວດ, ປັບປຸງການຈັດຕັ້ງຮາກຖານພັກໃຫ້ສອດຄ່ອງກັບພາລະບົດບາດ, ຕິດຕາມຊຸກຍູ້ການສ້າງແຜນການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ມີຄຸນນະພາບສູງ. ຄຽງຄູ່ກັບການຂະຫຍາຍພັກ, ຊຸກຍູ້ບັນດາຮາກຖານພັກກະກຽມດຳເນີນກອງປະຊຸມໃຫຍ່ຂອງຮາກຖານພັກຕົນໃຫ້ໄດ້ 19 ຮາກຖານພັກ ແລະ ວຽກງານອື່ນໆອີກຈຳນວນໜຶ່ງ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງ ຍທຂ ຍັງກ່າວວ່າ: ໃຫ້ບັນດາພະນັກງານຊີ້ນຳ-ນຳພາທຸກຂັ້ນສືບຕໍ່ສ້າງພັກ ໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ປອດໄສໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນຫຼັກ ຄຽງຄູ່ກັບການຂະຫຍາຍພັກໃຫ້ເຕີບໃຫຍ່, ຕິດຕາມການເຄື່ອນໄຫວຂອງມະຫາຊົນກ້າວໜ້າ ເພື່ອສ້າງໃຫ້ເປັນພະນັກ ງານສືບທອດປ່ຽນແທນໃນສະເພາະໜ້າ ແລະ ຍາວນານ.