ຝຶກອົບຮົມໃຫ້ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ກຸ່ມເທດສະບານ

0
1103

ໃນອາທິດຜ່ານມາ, ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດຝຶກອົບຮົມໃຫ້ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ, ເປັນປະທານໂດຍ ພັທ ທົນທະວີ ໂພຄຳ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີ ພັທ ບົວສອນ ກຽດຕະວົງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງ, ພ້ອມດ້ວຍ ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ, ປກສ ບ້ານ, ເລຂາພັກບ້ານ-ນາຍບ້ານ ແລະ ນັກສຳມະນາກອນ ເຂົ້າຮ່ວມ.

ໃນພິທີ, ບັນດາຄູຝຶກຈາກ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ປກສ ເມືອງ ໄດ້ຜັດປ່ຽນກັນເຜີຍແຜ່ ແລະ ບັນຍາຍເອກະສານທີ່ນຳມາຈັດຕັ້ງເຊື່ອມຊຶມ ໃນບັ້ນຝືກອົບຮົມໃນຄັ້ງນີ້ ໂດຍລວມມີ 9 ເອກະສານຄື:

  • ຄຳສັ່ງແນະນຳຂອງ ທ່ານນາຍົກລັດຖະມົນຕີ ສະບັບເລກທີ 27/ນຍ ລົງວັນທີ 5 ຕຸລາ 2011 ວ່າດ້ວຍ ການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ,
  • ຄໍາສັ່ງຂອງ ລັດຖະມົນຕີວ່າການ ກະຊວງ ປກສ ສະບັບເລກທີ 1526/ປກສ ລົງວັນທີ 21 ມີນາ 2013 ວ່າດ້ວຍ ການເພີ່ມທະວີວຽກງານກໍ່ສ້າງຮາກຖານການເມືອງຂອງ ກຳລັງ ປກສ,
  • ເອກະສານ ວ່າດ້ວຍ ການຈັດຕັ້ງເຄື່ອນໄຫວຂອງ ກຳລັງ ປກສ ກຸ່ມບ້ານ-ປກສ ບ້ານ,
  • ເອກະສານ ວ່າດ້ວຍ ການຈົດທະບຽນຄຸ້ມຄອງສຳມະໂນຄົວຄົນລາວ ແລະ ຄົນຕ່າງດ້າວ,
  • ເອກະສານ ວ່າດ້ວຍ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ,
  • ເອກະສານວຽກງານຄຸ້ມຄອງເປົ້າໝາຍ,
  • ເອກະສານວຽກງານປ້ອງກັນສະຖານທີ່ເກີດເຫດ,
  • ເອກະສານສືບສວນ-ສອບສວນຂັ້ນພື້ນຖານ ແລະ ແນະນຳຈົດກ່າຍປຶ້ມ 5 ຊະນິດ.

ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ສົນທະນາແລກປ່ຽນບົດຮຽນນຳກັນ ຢ່າງກົງໄປ-ກົງມາ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສົບຜົນສໍາເລັດ ໂດຍພື້ນຖານ.

ໃນໂອກາດນີ້, ພັທ ບົວສອນ ກຽດຕະວົງ ຍັງໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ ກຳລັງ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ພ້ອມອຳນາດການປົກຄອງທຸກຂັ້ນ ນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ແນວທາງ ປກຊ-ປກສ ລົງເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຂົ້າໃຈ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນວຽກງານຂອງທົ່ວປວງຊົນຮອບດ້ານ, ຈົ່ງພ້ອມກັນນໍາເອົາເນື້ອໃນທິດທາງແຜນການ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອເຮັດໃຫ້ທົ່ວເມືອງປາກຊັນ ມີຄວາມສະຫງົບ-ປອດໄພ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເລື້ອຍໆ.